top of page

​ບາງ​ເຫດ​ຜົນ​ທີ່​ປະ​ຊາ​ຊົນ​ບໍ່​ຢາກ​ໃຊ້​ບໍ​ລິ​ການ​ລົດ​ຂີ້​ເຫຍື້ອ

Updated: Jul 30, 2020

ປະ​ຈຸ​ບັນ​ບັນ​ຫາ​ຂີ້​ເຫຍື້ອ​ສະ​ສົມ​ຢູ່​ຕາມ​ສະ​ຖານ​ທີ່​ຕ່າ​ງໆ​ຢູ່​ໃນ​ລາວ​ ແມ່ນ​ຍັງ​ຄົງ​ເປັນ​​ອີກ​ໜຶ່ງ​ບັນ​ຫາ​ທີ່​ລັດ​ຖະ​ບານກຳ​ລັງ​ແກ້​ໄຂ. ໂດຍ​ສາ​ເຫດ​ສ່ວນ​ໃຫຍ່ກໍ່​ເນື່ອງ​ມາ​ຈາກ​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ແມ່ນບໍ່​ໃສ່​ໃຈ ແລະ​ບໍ່​ມີ​ການ​ປຸກ​ລະ​ດົມ​ຢ່າງ​ຈິງ​ຈັງ​ຢ່າງ​ທີ່​ຄວນ ແລະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສ່​ວນ​ໃຫຍ່​ສົງ​ໄສ​ວ່າ​ເປັນ​ຫຍັງ​ປະ​ເທດ​ລາວ​ຄື​ມີ​ຂີ້​ເຫຍື້ອ​ຊະ​ຊາຍ​ຢູ່​ຕາມ​ທາງ? ໄປ​ທາງ​ໃດ​ກໍ່​ຄື​ເຫັນ​ແຕ່​ຂີ້​ເຫຍື້ອ?


ຮູບ​ປະ​ກອບ​ຈາກ​ອິນ​ເຕີ​ເນັດ

ນອກ​ຈາກ​ທີ່​ກ່າວ​ມານີ້; ບາງ​ເຫດ​ຜົນ​ຈາກ​ປະ​ຊາ​ຊົນບາງ​ເຂດທີ່ນຳ​ເອົາ​ຂີ້​ເຫຍື້ອ​ໄປ​ຖິ້ມ​ຢູ່​ຕາມ​ດິນ​ເປົ່າ​ຫວ່າງ​ ນັ້ນກໍ່​ເພາະ​ວ່າ​ມີ​ບັນ​ຫາ​ຫຍຸ້ງ​ຍາກ​ຫຼາຍ​ກັບ​ການ​ໃຊ້​ບໍ​ລິ​ການ​ລົດ​ຂີ້​ເຫຍື້ອ. ດັ່ງ​ເຫດ​ຜົນ​ດ້ານ​ລຸ່ມນີ້:

  • ຄ່າ​ບໍ​ລິ​ການ​ມີ​ລາ​ຄາ​ສູງ​ເກີນ​ໄປ ເຊັ່ນ: ເສື່ອ​ເກົ່າ, ຕູ້​ເກົ່າ ຫຼື ເຄື່ອງ​ເຮືອນ​ເກົ່າ​ຕ່າງໆ ແມ່ນ​ຕ້ອງ​ຈ່າຍ​ຄ່າ​ບໍ​ລິ​ການ​ພິ​ເສດ​ແບບ​ເປັນ​ຖ້ຽວ, ຕົກ​ຖ້ຽວ​ລະ 1,000,000 ກີບ​ຂື້ນ​ໄປ.

  • ລົດ​ຂີ້​ເຫຍື້ອບໍ່​ຮັບ​ຂີ້​ເຫຍື້ອ​ປະ​ເພດ: ຕູ້​ແກ້ວ​ແຕກ, ໂຖ​ສ້ວມ, ເສດ​ເຄື່ອງກໍ່​ສ້າງຕ່າງໆ.

  • ພະ​ນັກ​ງານ​ເກັບ​ຂີ້​ເຫຍື້ອບາງ​ຄົນບໍ່​ຮັບ​ເກັບ​ບໍ​ລິ​ການ​ແບບ​ເປັນ​ເດືອນ, ເກັບ​ເງິນ​ພ້ອມ​ແລະ​ໄລ່​ເປັນ​ຖົງ ຖ້າບໍ່​ຈ່າຍ​ຕາມ​ຕ້ອງ​ການ​ແມ່ນ​ຈະ​ບໍ່​ຮັບ.

  • ລົດ​ຂີ້​ເຫຍື້ອ​ບາງ​ຄັ້ງ​ກໍ່​ບໍ່​ມາ​ຕາມມື້ ຫຼື ຕາມ​ປົກ​ກະ​ຕິ, ຖ້າ​ເຈົ້າ​ຂອງ​ບ້ານບໍ່​ຢູ່​ ຫຼື ບໍ່​ຈ່າຍ​ໃນ​ເວ​ລານັ້ນ ແມ່ນ​ຖື​ວ່າ​ຜ່ານ​ເລີຍ

  • ບາງ​ເຂດ ຫຼື ບາງ​​ຮ່ອມແມ່ນ​ນ້ອຍ ແລະ​ເຮັດ​ໃຫ້​ຜູ້​ທີ່ບໍ່​ມີ​ບ່ອນ​ວາງ​ຂີ້​ເຫຍື້ອ ບໍ່​ສາ​ມາດ​ໃຊ້​ບໍ​ລິ​ການ​ໄດ້.

​ບັນ​ຫາ​ເຫຼົ່າ​ນີ້ ແມ່ນ​ເປັນ​ບາງ​ກໍ​ລະ​ນີ​ທີ່​ຍົກ​ໃຫ້​ເຫັນ​ເລື່ອງ​ຄວາມ​ສາ​ມັກ​ຄີ​ກັນ​ລະ​ຫວ່າງ​ຜູ້​ໃຫ້​ບໍ​ລິ​ການ​ແລະ​ຜູ້​ໃຊ້​ບໍ​ລິ​ການ. ​ການ​ຫຼຸດ​ຜ່ອນ​ບັນ​ຫາ​ເລື່ອງ​ຂີ້​ເຫຍື້ອ​ນອກ​ຈາກ​ການ​ນຳ​ໃຊ້​ບໍ​ລິ​ການ​ລົດ​ຂີ້​ເຫຍື້ອ​ແລ້ວ, ພວກ​ເຮົາ​ຄວນ​ຊ່ວຍ​ກັນ​ຫຼີກ​ລ່ຽງ​ການ​ນຳ​ໃຊ້ຖົງ​ຢາງ​ປະ​ລາ​ສະ​ຕິກ​, ຖື​ຖົງ​ຜ້າ ຫຼື ກະ​ຕ່າ​ເວ​ລາ​ອອກ​ຕະ​ຫຼາດ ແລະ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ທີ່​ສາ​ມາດ​ຍ່ອຍ​ສະ​ຫຼາຍ​ໄດ້​ງ່າຍ ຫຼື ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ​ໃຫ້​ຫຼາຍ​ຂື້ນ, ທີ່​ສຳ​ຄັນ​ແມ່ນ​ຕ້ອງ​ປູກ​ຝັງ​ຈິດ​ສຳ​ນຶກ​ໃຫ້​ແກ່​​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ແລະລູກ​ຫຼານ​ໃນ​ການ​ຖິ້ມ​ຂີ້​ເຫຍື້ອ​ໃຫ້​ເປັນ​ລະ​ບຽບ ເພື່ອ​ຄວາມ​ຈົບ​ງາມ​ແລະ​ພາບ​ພົດ​ຂອງ​ປະ​ເທດ.


ເຂົ້າ​ເບິ່ງ​ສິນ​ຄ້າ​ລາວ: https://lo.kezlaos.com/kez-market



Comments


bottom of page