
We will help you to get the best insurance products with great services more than taking the commission.
KEZ Business Solutions ແມ່ນໃຫ້ບໍລິການດ້ານສິດຜົນປະໂຫຍດແກ່ລູກຄ້າ ຈາກບໍລິສັດທີ່ດີທີ່ສຸດ. ການນໍາໃຊ້ບໍລິການກັບພວກເຮົາ, ແມ່ນການເຮັດວຽກກັບທີມງານທີ່ມີຄວາມຊໍານານແລະມີປະສົບການ ທີ່ສາມາດຕອບສະໜອງການບໍລິການຕາມຄວາມຕ້ອງການຂອງລູກຄ້າ. ການບໍລິການປະກັນໄພຂອງພວກເຮົາ ແມ່ນເນັ້ນບຸລິມະສິດຂອງລູກຄ້າເປັກຫຼັກ; ຄ່າທໍານຽມທີ່ຖືກ ແລະ ຜະລິດຕະພັນທີ່ມີຄຸນນະພາບ ພ້ອມກັບການໃຫ້ບໍລິການລູກຄ້າຕະຫຼອດ 24 ຊົ່ວໂມງ.
ພວກເຮົາເປັນຕົວແທນສູນລວມການໃຫ້ບໍລິການປະກັນໄພຈາກບໍລິສັດຊັ້ນນໍາ ຕາມຄວາມຕ້ອງການຂອງລູກຄ້າ, ໂດຍເນັ້້ນຜະລິດຕະພັນ ປະກັນໄພການເດີນທາງ, ປະກັນໄພລົດຍົນ, ປະກັນສຸຂະພາບ, ປະກັນໄພການກໍ່ສ້າງ ແລະ ປະກັນໄພອຸບັດຕິເຫດທາງດ້ານຮ່າງກາຍ.
ພວກເຮົາມີເຄືອຂ່າຍການບໍລິການ ແລະ ປະສົບການກ່ຽວກັບຕະຫຼາດປະກັນໄພ, ພວກເຮົາສາມາດຊ່ວຍທ່ານເລືອກປະກັນໄພທີ່ດີກວ່າການເສຍເວລາຊອກເອງ. ພວກເຮົາຊ່ວຍທ່ານໃຫ້ໄດ້ຮັບການບໍລິການທີ່ດີກວ່າ, ລາຄາທີ່ຖືກກວ່າຊື້ຜ່ານບໍລິສັດໂດຍກົງ, ໃຫ້ໄດ້ຮັບການຄຸ້ມກັນທີ່ດີທີ່ສຸດ ແລະ ຊ່ວຍດ້ານການເຈລະຈາຕ່າງໆ.
ພວກເຮົາຊ່ວຍທ່ານເລືອກທາງເລືອກທີ່ດີທີ່ສຸດ ແລະໃຫ້ທ່ານໄດ້ລາຄາທີ່ສາມາດຈັບຕ້ອງໄດ້ ແລະຍັງຊ່ວຍເຈລະຈາໃນກໍລະນີເກີດອຸບັດຕິເຫດ ຫຼື ມີການເສຍຫາຍ, ຮັບປະກັນວ່າ ທ່ານເອງຈະມີວົງເງິນຄຸ້ມກັນຄ່າໃຊ້ຈ່າຍຕ່າງໆ ທີ່ອາດເກີດຂື້ນ (ທີ່ກ່ຽວກັບການເຮັດປະກັນໄພ).
ຖ້າຫາກທ່ານມີບິນຄ່າໃຊ້ຈ່າຍ ຫຼື ຮຽກຮ້ອງສິນທົດແທນ ຫຼື ຕ້ອງການຂໍປ່ຽນວົງເງິນການຄຸ້ມກັນ, ພວກເຮົາສາມາດເປັນທີ່ປຶກສາ ແລະເປັນຜູ້ເຈລະຈາກັບທາງບໍລິສັດປະກັນໄພ ໃຫ້ແກ່ທ່ານ.
ສິດຜົນປະໂຫຍດເພີ່ມເຕີມ ຈາກການຊື້້ປະກັນໄພກັບພວກເຮົາ:
-
ທ່ານຈະໄດ້ຮັບສ່ວນຫຼຸດຄ່າທໍານຽມ ຫຼື ໄດ້ລາຄາປະກັນທີ່ຖືກກວ່າຊື້ກັບບໍລິສັດໂດຍກົງ, ແລະພວກເຮົາຍັງຕິດຕາມຂໍ້ມູນຂອງລາງວັນໃຫ້ແກ່ລູກຄ້າ
-
ພວກເຮົາຈັດສົ່ງສັນຍາປະກັນໄພ ຫຼື ບັດສະມາຊິກໃຫ້ຟຼີ
-
ທ່ານສາມາດຈ່າຍໄດ້ທາງອອນໄລ, ໂອນຜ່ານລະບົບທະນາຄານ ຫຼື ນໍາສົ່ງເງິນສົດ
-
ຟຼີ ບໍລິການປະຊາສໍາພັນ, ໂຄສະນາ ຫຼື ຊ່ວຍເລື່ອງການຕະຫຼາດໃຫ້ແກ່ທຸລະກິດຂອງທ່ານ.
ລະຫັດຕົວແທນ ຈາກ ກະຊວງການເງິນ: AG4-926

.png)



ການຊໍາລະຜ່ານລະບົບທະນາຄານ ຫຼື ອອນໄລນ໌