top of page

ການ​ໂຄ​ສະ​ນາ​ສິນ​ຄ້າ​ຂອງ​ຄົນ​ລາວ ແມ່ນ​ນິ​ຍົມ​ໃຊ້​ເນື້ອ​ໃນ​ແບບ​ປິດ​ສະ​ໜາ

Updated: Aug 1, 2020

​​ການ​ໂຄ​ສະ​ຂາຍ​ສິນ​ຄ້າ​ຂອງ​ຄົນ​ລາວ​ສ່ວນ​ໃຫຍ່​ແມ່ນ​ເຫັນ​ຢູ່​ໃນ​ກຸ່ມ​ໝູ່ ຫຼື ຄົນ​ຮູ້​ຈັກ​ກັນ​ເອງ ແລະ​ຂື້ນ​ກັບ​ຄຳ​ເວົ້າ​ໃນ​ການ​ໂນ້ມ​ນ້າວ​ໃຫ້​ຊື້, ຫຼື​ຜູ້​ຂາຍ​ມີ​ອິດ​ທິ​ພົນ​ຕໍ່​ກັບຄົນ​ຊື້. ແຕ່​ຖ້າ​ຜູ້​ຊື້ບໍ່​ຕ້ອງ​ການ​ຊື້​ສິນ​ຄ້ານັ້ນ ແລະ​ຕ້ອງ​ໄດ້​ຊື້ແບບ​ເກງ​ໃຈ​ ຫຼື ຊື້​ເປັນ​ປະ​ຈຳ, ຄົນ​ຂາຍ​ອາດ​ເປັນ​ຄົນ​ທີ່​ສ້າງ​ຄວາມ​ລຳ​ຄານ​ໃຈ​​ໃຫ້​ໝູ່ໄດ້​ເຊັ່ນ​ກັນ.


ກົດ​ຮູບ​ເຂົ້າ​ເບິ່ງ​ສິນ​ຄ້າ

ນອກ​ຈາກ​ການ​ຕະ​ຫຼາດ​ຢູ່​ໃນ​ກຸ່ມ​ກັນ​ເອງແລ້ວ ການ​ໂຄ​ສະ​ນາ​ທາງ​ໂລກ​ອອນ​ໄລ​ນ໌​ທີ່​ພວກ​ເຮົາ​ເຫັນ​ຢູ່​ທຸກມື້ນີ້ ສ່ວນ​ໃຫຍ່ແມ່ນ​ໃສ່​ເນື້ອ​ໃນ​ການ​ຂາຍ​ແບບ​ປິດ​ສະ​ໜາ ທີ່​ເຫັນ​ແລ້ວ​ໜ້າ​ລຳ​ຄານ, ດັ່ງ​ຕົວ​ຢ່າງ​ທີ່​ຢູ່​ລຸ່ມນີ້:

  1. ລົງ​ຮູບ​ສິນ​ຄ້າ​ແບບ​ລົວໆ ແລ້ວ​ລົງ​ເນື້ອ​ໃນ​ສັ້ນ​ໆ​ ເຊັ່ນ: ມາ​ເດີ້ ມາ​ເດີ້, ​ແຊບໆ ກອບໆ. ຄົນ​ຂາຍ​ອາດ​ຈະ​ຮູ້​ວ່າ​ສິນ​ຄ້າ​ທີ່​ຕົນ​ເອງ​ໂຄ​ສະ​ນານັ້ນແມ່ນ​ຫຍັງ, ແຕ່​ຄົນ​ເບິ່ງ​ບາງ​ທີ​ອາດບໍ່​ເຂົ້າ​ໃຈ ຫຼື ເບິ່ງບໍ່​ເຫັນ​ຄັກ​ວ່າ​ສິນ​ຄ້າ​ມັນ​ແມ່ນ​ອີ່​ຫຍັງ? ເປັນ​ກົບ, ເປັນ​ຂຽດ ຫຼື ເປັນ​ອື່ງ? ແລະ​ມີສ່ວນ​ປະ​ສົມ​ຫຍັງ​ແດ່, ຜະ​ລິດ​ແບບ​ໃດ?

  2. ​ໃສ່ຮູບ​ສິນ​ຄ້າ​ເປັນ​ຕາ​ໜ້າ​ແຊບ: ແຕ່ບໍ່​ລະ​ບຸ​ປະ​ລິ​ມານ ຫຼື ລາ​ຄາ​ໃຫ້​ຮູ້​, ເພາະ​ວ່າ​ບາງ​ຄົນ​ເຂົາ​ເຈົ້າ​ບໍ່ຕ້ອງ​ການ​ເສຍເວ​ລາ​ທີ່​ຈະ​ແຊັດ​ຖາມ​ລາຍ​ລະ​ອຽດ ຫຼື ທັກ​ເປັນ​ໝູ່​ກັບ​ຄົນ​ທີ່ບໍ່​ຮູ້​ຈັກ.

  3. ໃສ່​ຮູບ ແລະ ລາ​ຄາ, ສົນ​ໃຈ​ຖາມ​ໄດ້: ຄົນ​ຂາຍ​ສ່ວນ​ໃຫຍ່​ມັກ​ຖ້າ​ໃຫ້ຄົນ​ໄປ​ຄອມ​ເມັ້ນ​ຖາມ (ຫຼື​ດ່າ) ຫຼື ສົ່ງ​ຂໍ້​ຄວາມ, ສຳ​ລັບ​ຜູ້​ຂຽນ​ເອງ​ແມ່ນ​ລຳ​ຄານ​ຂໍ້​ນີ້​ທີ່​ສຸດ ເພາະ​ບໍ່​ຮູ້​ວ່າ​​ຂາຍ​ຢູ່​ໃສ ຫຼື ໂທ​ຫາ​ໄດ້​ແນວ​ໃດ? ​ແລະ​ບໍ່​ຢາກ​ເສຍ​ເວ​ລາ​ທີ່​ຈະ​ແຊັດຖາມ​ລາຍ​ລະ​ອຽດ (ສັ່ງ​ບ່ອນ​ທີ່​ຮູ້​ແລ້ວ​ດີກວ່າ).

  4. ຜະ​ລິດ​ແລະ​ຫຸ້ມ​ຫໍ່​ແບບ​ທັນ​ສະ​ໄໝ ແຕ່​ຂາດ​ຂໍ້​ມູນ​ຕິດ​ຕໍ່: ຕາມ​ສັງ​ເກດ​ເຫັນ​ສິນ​ຄ້າ​ລາວ​ທີ່​ວາງ​ຈຳ​ໜ່າຍ​ຢູ່​ຕາມ​ມິ​ນິ​ມາດ ຫຼື ຊຸບ​ເປີ​ມາ​ເກັດ ສ່ວນ​ໃຫຍ່ບໍ່​ມີ​ການ​ລະ​ບຸ​ຫຼາຍ​ອົງ​ປະ​ກອບ​ທີ່​ສຳ​ຄັນ ແລະ​ເປັນ​ຕົ້ນ​ແມ່ນບໍ່​ມີ​ເບີ​ໂທ​ລະ​ສັບ ຫຼື ອີ​ເມ​ລ ເຊິ່ງ​ເຮັດ​ໃຫ້​ເປັນ​ອຸ​ປະ​ສັກ​ຕໍ່​ຜູ້​ທີ່​ຕ້ອງ​ການ​ສັ່ງ​ຊື້​ເພີ່ມ ຫຼື ຕ້ອງ​ການນຳ​ສົ່ງ​ໄປ​ຕ່າງ​ປະ​ເທດ.

ການ​ໂຄ​ສະ​ນາ​ທີ່​ໃຫ້​ຂໍ້​ມູນ​ທີ່​ຊັດ​ເຈນ​ແລະ​ຄົບ​ຖ້ວນ​ທຸກ​ຄັ້ງ ແມ່ນ​ເປັນ​ການ​ເພີ່ມໂອ​ກາດ​ໃນ​ການ​ຂາຍ, ເພາະ​ເວ​ລາ​ທີ່​ເຫັນ​ໂຄ​ສະ​ນາ​ສິນ​ຄ້າ​ພ້ອມ​ຂໍ້​ມູນ​ທີ່​ຊັດ​ເຈນ​ແມ່ນ​ຈະ​ເຮັດ​ໃຫ້​ຜູ້​​ຕ້ອງ​ການສິນ​ຄ້າ​​ຕັດ​ສິນ​ໃຈ​ຊື້​ສິນ​ຄ້ານັ້ນ​ໄວ​ຂື້ນ ເຖິງ​ແມ່ນ​ວ່າ​ລາ​ຄາ​ຈະ​ແພງກວ່າກໍ່​ຕາມ. ນອກ​ຈາກນີ້​ແລ້ວ; ມັນ​ຍັງ​ບົ່ງ​ບອກ​ໃຫ້​ເຫັນ​ວ່າ ເຈົ້າ​ຂອງ​ສິນ​ຄ້າ​ມີ​ຄວາມ​ຮູ້ແບບ​ມື​ອາ​ຊີບ​ອີກ​ດ້ວຍ.


ເຂົ້າ​ເບິ່ງ​ສິນ​ຄ້າ​ລາວ: https://lo.kezlaos.com/kez-market

Comments


bottom of page