ສາເຫດທີ່ສິນຄ້າບໍ່ເປັນທີ່ດຶງດູດໃຈຕໍ່ຜູ້ບໍລິໂພກ
- KEZ Solutions
- Jul 28, 2020
- 1 min read
Updated: Jul 30, 2020
ການຂາຍນັ້ນຖືວ່າເປັນຄວາມທ້າທາຍອີກຢ່າງໜຶ່ງທີ່ຈະເຮັດໃຫ້ສິນຄ້ານັ້ນສາມາດຈູງໃຈລູກຄ້າໃຫ້ຊື້ສິນຄ້າໄດ້, ເຊິ່ງເຖິງແມ່ນວ່າການເຮັດກົນລະຍຸດດ້ານການຕະຫຼາດຈະດີເທົ່າໃດກໍ່ຕາມ ແຕ່ສຸດທ້າຍກໍ່ບໍ່ສາມາດຂາຍສິນຄ້າໄດ້ ແລະຖືວ່າເປັນການລົ້ມເຫຼວ. ຄວາມສາມາດໃນການຂາຍທີ່ດີນັ້ນ ແມ່ນມີຄວາມຈຳເປັນຫຼາຍໃນການທຳຄວາມເຂົ້າໃຈວ່າການຕະຫຼາດຄວນຈັດໃຫ້ກັບກຸ່ມລູກຄ້າແຕ່ລະປະເພດແບບໃດ, ແຕ່ກໍ່ຕ້ອງມີຄວາມເຂົ້າໃຈທາງດ້ານຈິດຕະວິທະຍາຂອງລູກຄ້າເຊັ່ນດຽວກັນ ວ່າເຂົາເຈົ້າຈະຊື້ສິນຄ້າຂອງເຮົາແມ່ນຍ້ອນເຫດຜົນໃດ ແລະຊື້ໄປເຮັດຫຍັງ.
ນັກການຕະຫຼາດສ່ວນໃຫຍ່ແມ່ນຄິດວ່າສິນຄ້າທີ່ຕົວເອງໂຄສະນາຖ້າມີສັບພະຄຸນດີ ກໍ່ຈະເຮັດໃຫ້ກຸ່ມເປົ້າໝາຍນັ້ນສົນໃຈແລ້ວ ຫຼືນັກການຕະຫຼາດບາງກຸ່ມກໍ່ຄິດວ່າລົງທຶນໃຫ້ຫຼາຍຂື້ນ ແລ້ວຈຳນວນລູກຄ້າກໍ່ຫຼາຍຂື້ນເຊັ່ນດຽວກັນ ຫຼືຄິດວ່າການສ້າງຍອດຄົນຕິດຕາມທາງອອນໄລນ໌ໃຫ້ຫຼາຍໆ. ສິ່ງທີ່ກ່າວມານີ້ແມ່ນບໍ່ມີຜົນໃຫ້ແກ່ຍອດຂາຍເທົ່າທີ່ຄວນ, ແຕ່ສິ່ງທີ່ສ້າງຍອດຂາຍແມ່ນຄື ການເຮັດສິນຄ້າແລະການບໍລິການ ໃຫ້ກົງກັນກັບລູກຄ້າກຸ່ມເປົ້າໝາຍ ເຊັ່ນ: ເໝາະກັບກຸ່ມຄົນ, ເໝາະກັບສະຖານທີ່ ແລະເໝາະສົມກັບເວລາ.
ໃນປະຈຸບັນ, ການຕະຫຼາດທີ່ຢູ່ໃນລາວສ່ວນໃຫຍ່ແລ້ວແມ່ນເຈົ້າຂອງທຸລະກິດຂະໜາດນ້ອຍຈະເຮັດການຕະຫຼາດເອງ ແລະສ່ວນໃຫຍ່ແມ່ນໂຄສະນາທາງເຟສບຸກ, ສົ່ງຕາມຕະຫຼາດ, ຂາຍຢູ່ບ່ອນເຮັດວຽກ ຫຼືໂຮງຮຽນ ແລະເລາະຂາຍ.
ຍົກຕົວຢ່າງສິນຄ້າກ່ຽວກັບອາຫານ; ການໂຄສະນາແລະການບັນຈຸສິນຄ້າຂອງຄົນລາວແມ່ນຍັງຄົງເຮັດແບບປະຖົມປະຖານ, ບໍ່ໃສ່ໃຈດ້ານສຸຂະອານາໄມ ແລະຂໍ້ບໍ່ຊັດເຈນ ດັ່ງຂໍ້ມູນທີ່ຢູ່ດ້ານລຸ່ມນີ້:
ປຸງແຕ່ງໃນພາຊະນະທີ່ບໍ່ຖືກຄຸນລັກສະນະ ແລະບໍ່ໃສ່ຖົງມືຂະນະທີ່ປະສົມອາຫານ ໃຫ້ເຫັນ
ການນຳໃຊ້ສິ່ງຫຸ້ມຫໍ່ທີ່ບໍ່ເນັ້ນຄວາມປອດໄພ ຫຼື ບໍ່ແທດເໝາະກັບສິນຄ້າ
ບໍ່ມີສະຫຼາກ ຫຼື ເນື້ອໃນສ່ວນປະກອບ ເພື່ອເພີ່ມການດຶງດູດລູກຄ້າ
ການໂຄສະນາແມ່ນບໍ່ລະບຸຂໍ້ມູນທີ່ຊັດເຈນ ເຊັ່ນ: ສິນຄ້ານັ້ນແມ່ນຫຍັງ, ປະລິມານເທົ່າ, ລາຄາເທົ່າໃດ, ບໍ່ລະບຸສະຖານທີ່ ແລະ ເບີໂທຕິດຕໍ່ໃນການສັ່ງຊື້ ເຫຼົ່ານີ້ເປັນຕົ້ນ.
ເຂົ້າເບິ່ງສິນຄ້າລາວ: https://www.kezlaos.com/kez-market
Comentários