ພວກເຮົາຈະເລືອກໃຊ້ປະໂຫຍດຂອງປະກັນໄພໄດ້ແບບໃດ?
- KEZ Solutions
- Aug 13, 2020
- 1 min read
ອຸປະຕິເຫດແມ່ນສາມາດເກີດຂື້ນໄດ້ໂດຍບໍ່ທັນຕັ້ງຕົວ ແລະສາມາດເກີດຂື້ນໄດ້ກັບທຸກຄົນ, ທຸກສະຖານທີ່ ແລະ ທຸກເວລາ ນັບຕັ້ງແຕ່ອຸປະຕິເຫດພຽງເລັກນ້ອຍຈົນເຖິງຂັ້ນຮຸນແຮງ ເຊັ່ນ: ມື່ນລົ້ມ, ມີດບາດ, ຕົກບັນໄດ, ເຄື່ອງຕົກທັບ, ລົດຕຳ ເຊິ່ງອາດເຮັດໃຫ້ຮ່າງກາຍເຮົາໄດ້ຮັບບາດເຈັບໄດ້. ໃນເມື່ອຫາກເກີດເຫດຂື້ນແລ້ວ, ສິ່ງທີ່ຕາມມາກໍ່ຄືຄວາມເສຍຫາຍແລະຄ່າໃຊ້ຈ່າຍໃນການຮັກສາຕ່າງໆ ເຊິ່ງຖ້າບຸກຄົນໃດຫາກມີປະກັນໄພໄວ້ແລ້ວແມ່ນອາດໂຊກດີແດ່ ເພາະທາງບໍລິສັດປະກັນໄພແມ່ນຈະຊ່ວຍບັນເທົາບັນຫາເລື່ອງຄ່າໃຊ້ຈ່າຍໃຫ້ໄດ້ຫຼາຍພໍສົມຄວນ.
ປະກັນໄພທີ່ສາມາດຮຽກຮ້ອງເງິນຊົດເຊີຍ ຫຼື ສິນທົດແທນໄດ້ແມ່ນຈະມີ ປະກັນໄພລົດ, ປະກັນໄພອຸປະຕິເຫດສ່ວນບຸກຄນ (ປະກັນໄພສະເພາະຮ່າງກາຍ) ແລະປະກັນສຸຂະພາບ. ໂດຍຜະລິດຕະພັນປະກັນໄພທີ່ກ່າວມາແມ່ນຈະມີສັບພະຄຸນຂອງວົງເງິນຄຸ້ມຄອງທີ່ແຕກຕ່າງກັນ ແລະການຄຸ້ມຄອງແຕກຕ່າງກັນ ເຊິ່ງອີງຕາມທາງເລືອກທີ່ເຮົາຊື້ ແລະອີງຕາມຂໍ້ກຳນົດຂອງບໍລິສັດທີ່ເຮົາເລືອກເຮັດປະກັນໄພ. ດັ່ງນັ້ນ; ພວກເຮົາຄວນສຶກສາຜະລິດຕະພັນ, ວົງເງິນຄຸ້ມຄອງແລະການບໍລິການຫຼັງການຂາຍໃຫ້ເຂົ້າໃຈກ່ອນວ່າ ການຮຽກຮ້ອງສິນທົດແທນຈາກບໍລິສັດປະກັນທີ່ເຮົາຊື້ໄວ້ນັ້ນມີລະບົບການບໍລິຫານ ແລະການບໍລິການເປັນແບບໃດ ແລະພວກເຮົາຈະສາມາດປຶກສາໃຜໄດ້ໃນເວລາທີ່ຮີບດ່ວນ.
ຖ້າຫາກວ່າເກີດອຸປະຕິເຫດ ແມ່ນສາມາດຮຽກຮ້ອງສິນທົດແທນຫຍັງໄດ້ແດ່
1. ປະກັນອຸປະຕິເຫດສ່ວນບຸກຄົນ: ແມ່ນຈະໃຫ້ການຄຸ້ມຄອງການເສຍຊີວິດ, ສູນເສຍອະໄວຍາວະ ຫຼື ພິການຖາວອນ ແລະຈະມີລາຄາຊື້ຖືກທີ່ສຸດ ແຕ່ໃຫ້ການຄຸ້ມຄອງທີ່ສູງ.
ລາຄາປະກັນໄພອຸປະຕິເຫດສ່ວນບຸກຄົນ:
ທາງເລືອກ 1: 92,500 ກີບ ຕໍ່ປີ ແລະ ວົງເງິນຄຸ້ມກັນສູງສຸດ 25,000,000 ກີບ
ທາງເລືອກ 2: 175,000 ກີບ ຕໍ່ປີແລະ ວົງເງິນຄຸ້ມກັນສູງສຸດ 50,000,000 ກີບ
ທາງເລືອກ 3: 257,000 ກີບ ຕໍ່ປີ ແລະວົງເງິນຄຸ້ມກັນສູງສຸດ 75,000,000 ກີບ
2. ປະກັນໄພລົດຍົນ: ພາກບັງຄັບແມ່ນຈະໃຫ້ການຄຸ້ມຄອງຄ່າເສຍຫາຍສະເພາະຄູ່ກໍລະນີ ແລະຖ້າເປັນປະກັນໄພທາງເລືອກທີ່ສູງຂື້ນ ແມ່ນຈະໃຫ້ການຄຸ້ມຄອງທັງຄູ່ກໍລະນີແລະຜູ້ເຮັດປະກັນໄພ. ໂດຍຂໍ້ຍົກເວັ້ນທີ່ບໍລິສັດປະກັນໄພຈະບໍ່ຈ່າຍກໍ່ຄືວ່າ ຜູ້ເຮັດປະກັນໄພຫາກຂັບລົດໃນເວລາມຶນເມົາ, ບໍ່ມີໃບຂັບຂີ່ ຫຼືມີສັດຕູຈົງໃຈເຮັດໃຫ້ເສຍຫາຍ.
ລາຄາປະກັນໄພລົດແມ່ນເລີ້ມຕົ້ນ 278,000 ກີບ ຕໍ່ປີ ແລະຊື້ຜ່ານຕົວແທນແມ່ນມີສ່ວນຫຼຸດເຖິງ 50%
3. ປະກັນສຸຂະພາບ: ແມ່ນຈະສາມາດຮຽກຮ້ອງຄ່າຮັກສາສະເພາະເວລາທີ່ຜູ້ເຮັດປະກັນເຈັບເປັນ ຫຼື ບໍ່ສະບາຍ ແລະແພດຕ້ອງລະບຸການບົ່ງມະຕິພະຍາດຂອງຜູ້ກ່ຽວວ່າບໍ່ໄດ້ເປັນໂຣກມາກ່ອນເຮັດປະກັນ. ບາງສັນຍາແມ່ນຄຸ້ມກັນສະເພາະຜູ້ປ່ວຍໃນ ແຕ່ບາງສັນຍາແມ່ນຄຸ້ມກັນທັງຜູ້ປ່ວຍໃນແລະຜູ້ປ່ວຍນອກ ແລະວົງເງິນການປິ່ນປົວແມ່ນຈະແຍກອອກເປັນໝວດຍ່ອຍໃນວົງເງິນທີ່ກຳນົດໄວ້ຕ່າງກັນ. ທີ່ສຳຄັນ ກ່ອນເຂົ້າປິ່ນປົວ, ຜູ້ເຮັດປະກັນແມ່ນຄວນແຈ້ງບໍລິສັດປະກັນໄພກ່ອນລ່ວງໜ້າຍິ່ງເປັນການດີ. ເຊິ່ງປະກັນສຸຂະພາບແມ່ນສາມາດໃຊ້ບັດປະກັນເຂົ້າປິ່ນປົວ ຫຼື ຈ່າຍເອງກ່ອນແລ້ວເກັບບິນການປິ່ນປົວໄວ້ສະເໜີຂໍເງິນຊົດເຊີຍຕາມຫຼັງ.
ລາຄາປະກັນສຸຂະພາບແມ່ນເລີ້ມຕົ້ນ 824,000 ກີບ ຕໍ່ປີ.
ສົນໃຈຢາກຮູ້ຄ່າທຳນຽມ ແລະວົງເງິນຄຸ້ມຄອງກ່ຽວກັບປະກັນໄພ ແມ່ນໃຫ້ກົດໃສ່ລິ້ງທີ່ຢູ່ດ້ານລຸ່ມນີ້, ແລ້ວພວກເຮົາຈະສົ່ງລາຄາຄ່າທຳນຽມ ແລະວົງເງິນຄຸ້ມກັນໃຫ້ອ່ານເພີ່ມເຕີມ:
Comments