top of page

​ຄວາມ​ຮູ້​ກ່ອນ​ຕັດ​ສິນ​ໃຈ​ເລືອກ​ຊື້​ປະ​ກັນ​ໄພ

Updated: Jul 31, 2020

​ການ​ຕັດ​ສິນ​ໃຈ​ເຮັດ​ປະ​ກັນ​ໄພ​ປະ​ເພດ​ໃດ​ກໍ່​ຕາມ ສິ່ງ​ທີ່​ສຳ​ຄັນ​ກ່ອນ​ອື່ນ​ໝົດ​ຄື​ການເລືອກວົງ​ເງິນ​ຄຸ້ມ​ຄ​ອງ​ທີ່​ເໝາະ​ສົມ​ກັບ​ຕົວ​ເຮົາ ແລະ​ໃນ​ປະ​ຈຸ​ບັນ​ແມ່ນ​ມີ​ຫຼາຍ​ຊ່ອງ​ທາງ​ໃຫ້​ສຶກ​ສາ​ຂໍ້​ມູນ​ຂອງ​ຜະ​ລິດ​ຕະ​ພັນ​ຈາກ​ຫຼາຍ​ບໍ​ລິ​ສັດ.


www.kezlaos.com
ບາງ​ອາ​ຊີບ​ທີ່​ບໍ​ລິ​ສັດ​ປະ​ກັນ​ໄພບໍ່​ຮັບ​ອອກ​ສັນ​ຍາ

​ປະ​ກັນ​ອຸ​ປະ​ຕິ​ເຫດ​ສຳ​ລັບ​ຮ່າງ​ກາຍ ແລະ​ປະ​ກັນ​ສຸ​ຂະ​ພາບ ທີ່​ເຮົາ​ຈະ​ເລືອກ​ຊື້ນັ້ນ ແມ່ນ​ຄວນ​ຄຳ​ນຶງ​ເຖິງ​ປັດ​ໃຈ​ລຸ່ມນີ້:

  • ການ​ເລືອກວົງ​ເງິນ​ທີ 1: ສ່ວນ​ໃຫຍ່​ແມ່ນ​​ເປັນ​ພະ​ນັກ​ງານທີ່​ມີ​ວຽກ​ປະ​ຈຳ ຫຼື ບຸກ​ຄົນ​ທີ່​ປະ​ກອບ​ອາ​ຊີບ​ທົ່ວ​ໄປ ທີ່​ມີ​ລາຍ​ຮັບ​ປານ​ກາງ.

  • ການ​ເລືອກວົງ​ເງິນ​ທີ 2: ແມ່ນ​ເໝາະ​ກັບ​ກຸ່ມ​ຄົນ​ທີ່​ເຮັດ​ວຽກ​ວິ​ຊາ​ຊີບ​ແບບ​ກາງ​ແຈ້ງ ເຊັ່ນ: ຊ່າງຮັບ​ເໝົາ

  • ການ​ເລືອກວົງ​ເງິນ​ທີ 3: ແມ່ນ​ເໝາະ​ກຸ່ມ​ຄົນ​ທີ່​ເຮັດ​ວຽກ​ໃນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ໃຊ້​ກົນ​ຈັກ​ໜັກ ເຊິ່ງ​ໃຊ້​ແຮງ​ງານ ຫຼື ເຮັດ​ວຽກ​ໃນ​ເຂດ​ກົນ​ຈັກ​ເປັນ​ປະ​ຈຳ ເຊັ່ນ: ຫົວ​ໜ້າ​ຄຸມງ​ງານ, ຜູ້​ຈັດ​ການ​ໂຄງ​ການ.

  • ການ​ເລືອກ​ວົງ​ເງິນ​ທີ 4: ແມ່ນ​ເໝາະ​ສຳ​ລັບ​ເຈົ້າ​ຂອງ​ກິດ​ຈະ​ການ ຫຼື ຜູ້​ທີ່​ມີ​ລາຍ​ຮັບ​ສູງ, ບຸກ​ຄົນ​ທີ່​ເຮັດ​ອາ​ຊີບ​ກັບຄວາມ​ສ່ຽງ​ສູງ​ເປັນ​ຕົ້ນ​ແມ່ນ​ພວກ​ທີ່​ມີ​ອາ​ຊີບ​ແບບ​ໂລດ​ໂຜນ.

ການ​ຄຳ​ນຶງ​ເຖິງ​ຄ່າ​ທຳ​ນຽມ ແລະ ວົງ​ເງິນ​ຄຸ້ມ​ກັນ:

ທ່ານ​ລອງ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ຕົນ​ເອງວ່າ ການ​ເດີນ​ທາງ, ການ​ເຮັດ​ວຽກ ຫຼື ການ​ປະ​ກອບ​ອາ​ຊີບ​ຂອງ​ເຮົາ​ແມ່ນ​ມີ​ຄວາມ​ສ່ຽງ​ຢູ່​ໃນ​ລະ​ດັບ​ໃດ ແລະ​ສາ​ມາດ​ເລືອກວົງ​ເງິນ​ໃຫ້​ແກ່​ຕົນ​ເອງ​ເທົ່າ​ໃດ. ເຮົາ​ຄວນ​ເລືອກ​ປະ​ກັນ​ໄພ​ທີ່​ໃຫ້​ການ​ຄຸ້ມ​ຄອງ​ສູງ​ສຸດ​ໃນ​ດ້ານ​ການ​ປິ່ນ​ປົວ​ຮັກ​ສາ​ຢູ່​ໂຮງ​ໝໍ ແລະ ຜົນ​ປະ​ໂຫຍດ​ໃນ​ເວ​ລາ​ທີ່​ພິ​ການ ຫຼື ເສຍ​ຊີ​ວິດ, ເພື່ອບໍ່​ໃຫ້​ເປັນ​ພາ​ລະ​ຕາມ​ມາ​ພາຍ​ຫຼັງ.


ໂຮງໝໍ​ແລະ​ຄຼີ​ນິກ​ໃນ​ເຄືອ​ຂ່າຍ:

ແມ່ນ​ເປັນ​ສິ່ງ​ທີ່​ຕ້ອງ​ໄດ້​ສຶກ​ສາ​ກ່ອນ​ການ​ເຮັດ​ປະ​ກັນ ຄື​ຕ້ອງກວດ​ເບິ່ງວ່າ​ມີ​ລາຍ​ຊື່​ໂຮງ​ໝໍ ຫຼື ຄຼີ​ນິກ​ທີ່​ຢູ່​ໃນ​ເຄືອ​ຂ່າຍ​ທີ່​ເຮົາ​​ຕ້ອງ​ການ​ໃຊ້​ບໍ​ລິ​ການເວ​ລາ​ເຈັບ​ປ່ວຍ ແມ່ນ​ມີ​ຢູ່​ໃນ​ປະ​ກັນ​ທີ່​ເຮົາ​ຈະ​ຊື້ບໍ່. ລອງ​ນຶກ​ພາບ​ໄວ້​ວ່າ ຖ້າ​ເວ​ລາ​ເກີດ​ເຫດ​ໃຫ້​ຕ້ອງ​ໄປ​ປິ່ນ​ປົວ​ຮັກ​ສາ​ຕົວ​ຢ່າງ​ກະ​ທັນ​ຫັນ ເຮົາ​ຈະ​ໄປ​ບ່ອນ​ທີ່​ສະ​ດວກ, ໃກ້ ແລະ​ຮັກ​ສາ​ດີ​ທີ່​ສຸດ ແລະ​ທີ່​ສຳ​ຄັນ​ແມ່ນ​ພຽງ​ແຕ່​ຍື່ນ​ບັດ​ປະ​ກັນ​ໄພ​ໃນ​ການ​ຊຳ​ລະ​ຄ່າ​ປິ່ນ​ປົວໂດຍ​ທີ່ບໍ່​ຕ້ອງ​ຈ່າຍ.


ການ​ບໍ​ລິ​ການ​ຫຼັງ​ການ​ຂາຍ:

ນອກ​ຈາກວົງ​ເງິນ​ຄຸ້ມ​ກັນ​ແລະ​ການ​ບໍ​ລິ​ການ​ຂອງ​ໂຮງ​ໝໍ​ແລ້ວ ສິ່ງ​ທີ່​ຂາດບໍ່​ໄດ້​ໃນ​ການ​ຕັດ​ສິນ​ໃຈ​ເຮັດ​ປະ​ກັນ​ກັບ​ບໍ​ລິ​ສັດ​ໃດ​ນຶ່ງ, ແມ່ນ​ການ​ບໍ​ລິ​ການ​ຫຼັງ​ການ​ຂາຍ ທີ່​ບໍ​ລິ​ສັດ​ນັ້ນ​ຕ້ອງ​ມີ​ທີມ​ງານ​ໃຫ້​ຄຳ​ປຶກ​ສາ​ແບບ​ມື​ອາ​ຊີບ, ບໍ​ລິ​ການ​ດີ ແລະ​ສາ​ມາດ​ຊ່ວຍ​ແນະ​ນຳ​ໃຫ້​ຂໍ້​ມູນ​ຕ່າງໆ​ທີ່​ເຮົາ​ຍັງ​ບໍ່​ເຂົ້າ​ໃຈ ເຊັ່ນ: ການ​ເຂົ້າ​ຮັກ​ສາ​ຕົວ, ເອ​ກະ​ສານ​ສຳ​ລັບ​ຂໍ​ສິນ​ທົດ​ແທນ, ແນະ​ນຳ​ບ່ອນ​ບໍ​ລິ​ການ​ສຸກ​ເສີນ​ເພື່ອ​ຄວາມ​ສະ​ດວກ​ທີ່​ສຸດໃຫ້​ແກ່​ລູກ​ຄ້າ. ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ເລືອກ​ບໍ​ລິ​ການ​ກັບ​ບໍ​ລິ​ສັດ​ທີ່​ມີ​ສະ​ພາບ​ຄ່ອງ​ທາງ​ການ​ເງິນ​ສູງ, ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ພະ​ນັກ​ງານ​ແລະ​ຜູ້​ບໍ​ລິ​ຫານ, ແລະ​​ເປັນ​ບໍ​ລິ​ສັດ​ທີ່ມີ​ຄວາມ​ໝັ້ນ​ຄົງ​ຖາ​ວອນ​ຢູ່​ໃນ​ປະ​ເທດ.


ທີ່ນີ້​ຂາຍ​ປະ​ກັນ​ໄພ: https://lo.kezlaos.com/insurance

Kommentare


bottom of page