top of page

​ສານ​ກັນ​ບູດ​ໃນ​ອາ​ຫານ

Updated: Jul 25, 2020

ສານ​ກັນ​ບູດ (Benzoic Acid / benzene carboxylic / carboxylic acid)

​ກົດສານ​ກັນ​ບູດ​​ແມ່ນ​ມີ​ຮູບ​ຊົງ​ເປັນ​ເກັດ​ສີ​ຂາວ ແລະ​ສ່ວນ​ໃຫຍ່​ແມ່ນ​ໃຊ້​ປະ​ສົມ​ກັບ​ກົດ​ຊໍ​ບິກ ແລະ ກົດ​ພາ​ຣາ​ເບນ ເພື່ອ​ເຮັດ​ເປັນ​ສານ​ກັນ​ບູດ. ສານ​ດັ່ງ​ກ່າວ, ສ່ວນ​ໃຫຍ່ເປັນ​ທີ່​ນິ​ຍົມ​ໃຊ້​ໃນ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກໍ​າ ເຊິ່ງ​ເປັນ​ສານ​ທີ່​ສາ​ມາດ​ພົບ​ເຫັນ​ໄດ້​ໃນ​ທຳ​ມະ​ຊາດ ເຊັ່ນ: ເຄື່ອງ​ເທດ, ແອັບ​ເປິ້ນ ແລະ​ໝາກ​ຮຸ່ງ.


​ຮູບ​ທາງ​​ອິນ​ເຕີ​ເນັດ
ຄວາມຮູ້ເລື່ອງສານກັນບູດໃນອາຫານ

ການ​ນຳ​ໃຊ້​ສານ​ກັນ​ບູດ​ໃນ​ອາ​ຫານມີ​ຄື:

· ອາ​ຫານ​ປະ​ເພດ​ເນີຍ​ທຽມ ແລະ​ໄຂ​ມັນ​ແບບ​ດຽວ​ກັນ ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 1%

· ຜັກ​ດອງ​ແລ​ະ​ເຄື່ອງ​ເທດ ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 0.1-0.15%

· ໄຂ່​ແດງ ແລະ​ໄຂ່​ເຄັມ ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 0.1-0.5%

· ອາ​ຫານ​ປະ​ເພດ​ສຳ​ເລັດ​ຮູບ ປະ​ເພດ ປາ ຫຼື ປູ ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 0.02-0.1%

· ນ້ຳ​ໝາກ​ໄມ້​ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 0.1-0.15%

· ເຄື່ອງ​ດື່ມ​ທີ່​ບໍ່​ມີ​ທາດ​ເຫຼົ້າ ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 0.025-0.035%

· ແຍມ, ເຈ​ລີ້, ເຂົ້າ​ໜົມ​ອົມ ແລະ​ເຂົ້າ​ໜົມ​ຫວານ ໃຊ້​ຄວາມ​ເຂັ້ມ​ຂຸ້ນ​ປະ​ມານ 0.1-0.2%


ກົດ​ແລະ​ເກັດ​ສານ​ກັນ​ບູດ ອາດ​ຈະ​ຕ້ານ​ເຊື້ອ​ຈຸ​ລິນ​ຊີ​ໄດ້​ດີ​ໃນ​ສະ​ພາ​ວະ​ເປັນ​ກົດ​ທີ່​ຕ່ຳ​ກວ່າ 4.5 .ດັ່ງ​ນັ້ນ, ອາ​ຫານ​ທີ່​ໃຊ້​ກົດ​ແລະ​ເກັດສານ​ກັນ​ບູດ ທີ່​ໃຊ້​ຊ່ວຍ​ຍືດ​ອາຍ​ຸ​ການ​ເກັບ​ຈຶ່ງ​ຄວນ​ເປັນ​ອາ​ຫານ​ທີ່​ມີ​ຄວາມ​ເປັນ​ກົດ​ສູງ ເຊັ່ນ: ເຄື່ອງ​ດື່ມ​ຊະ​ນິດ​ຕ່າງໆ, ນ້ຳ​ໝາກ​ໄມ້, ແຍມ, ເຈ​ລີ້, ຜັກ​ດອງ, ໝາກ​ໄມ້​ດອງ, ນ້ຳ​ສະ​ຫຼຼັດ, ສະ​ຫຼັດ​ໝາກ​ໄມ້ ແລະ​ເນີຍ​ທຽມ ເຫຼົ່າ​ນີ້​ເປັນ​ຕົ້ນ. ປະ​ລິ​ມານ​ທີ່​ອາ​ນຸ​ຍາດ​ໃຫ້​ໃຊ້​ໄດ້​ແມ່ນບໍ່​ໃຫ້​ເກີນ 100 ມິ​ລີກຼາມ ຫຼື 1 ກິ​ໂລກຼາມ​.


ກົດ​ສານ​ກັນ​ບູດ​ຍັງ​ສາ​ມາດ​ຢັບ​ຢັ້ງ​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ເຊື້ອ​ຈຸ​ລິນ​ຊີ​ໄດ້, ຈາກ​ການ​ແຊກ​ຊຶມ​ເຂົ້າ​ໃນ​ເຊວ​ຈຸ​ລິນ​ຊີທີ່​ຢັບ​ຢັ້ງ​ການ​ສ້າງ​ເອນ​ໄຊ​ມ໌ ແລະ​ເຮັດ​ໃຫ້​ຈຸ​ລິນ​ຊີບໍ່​ສາ​ມາດ​ຈະ​ເລີນ​ເຕີບ​ໂຕ​ຕໍ່​ໄປ​ໄດ້. ເຊິ່ງ​ກົດ​ດັ່ງ​ກ່າວ​ແມ່ນ​ສາ​ມາດ​ເຮັດ​ປະ​ຕິ​ກິ​ລິ​ຍາ​ໃຫ້​ແກ່​ຢີດ ແລະ​ແບັກ​ທີ​ເຣຍ​ໄດ້​ດີ​ຫຼາຍ, ແຕ່​ວ່າ​ຈະ​ມີ​ຜົນ​ໜ້ອຍ​ສຳ​ລັບ​ເຊື້ອ​ຣາ​ຕ່າງໆ.


ກົດ​ສານ​ກັນ​ບູດ​ແມ່ນ​ສາ​ມາດ​ລະ​ເຫີຍ​ກາຍ​ເປັນ​ອາຍ​ໄດ້​ເມື່ອ​ເວ​ລາ​ຖືກ​ຄວາມ​ຮ້ອນ, ຖ້າ​ຫາກ​ຖືກ​ຕາ ຫຼື ສູດ​ດົມ ແມ່ນ​ຈະ​ເຮັດ​ໃຫ້​ເກີດ​ມີ​ອາ​ການ​ລະ​ຄາຍ​ເຄືອງ, ມີ​ອາ​ການ​ແສບ​ຕາ, ຫາຍ​ໃຈ​ຝືດ. ສ່ວນ​ການ​ຮັບ​ປະ​ທານ​ກົດ​ສານ​ກັນ​ບູດ​ໃນ​ປະ​ລິ​ມານ​ຫຼາຍ ຈະ​ເຮັດ​ໃຫ້​ເກີດ​ອາ​ການ​ປວດ​ທ້ອງ, ເຈັບ​ທ້ອງ, ຄື່ນ​ໃສ້ ແລະອາ​ຈຽນ. ນອກ​ຈາກນັ້ນ, ແມ່ນ​ຍັງ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ​ຂອງ​ຕັບ​ແລະ​ໄຕ​ຫຼຸດ​ລົງ ຫຼື​ອາດ​ພິ​ການ​ໄດ້.


ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກົດ​ສານ​ກັນ​ບູດບໍ່​ມີ​ການ​ສະ​ສົມ​ໃນ​ຮ່າງ​ກາຍ ເພາະ​ເນື່ອງ​ຈາກວ່າ​ຮ່າງ​ກາຍ​ສາ​ມາດ​ກຳ​ຈັດ​ອອກ​ໄດ້​ດີ​ຈາກ​ຂະ​ບວນ​ການ​ກຳ​ຈັດ​ຂອງ​ຮ່າງ​ກາຍ ແລະ​ສາ​ມາດ​ຂັບ​ອອກ​ຈາກ​ລະ​ບົບ​ຂັບ​ຖ່າຍໄດ້.


​ປະ​ລິ​ມານ: 1 ກິ​ໂລກຼາມ

ລາ​ຄາ: 91,000 ກີບ

Comments


bottom of page