top of page

Collagen Peptide ຄໍ​ລາ​ເຈນ​ເ​ປ໊ບ​ທາຍ 100% ຈາກ​ຍີ່​ປຸ່ນ

Collagen Peptide ຄໍ​ລາ​ເຈນ​ເ​ປ໊ບ​ທາຍ 100% ຈາກ​ຍີ່​ປຸ່ນ ທີ່ບໍ່​ມີ​ສີ, ບໍ່​ມີ​ກິ່ນ, ບໍ່​ມີ​ສີ ແລະ​ບໍ່​ສາ​ມາດ​ໃສ່​ໄດ້​ໃນ​ອາ​ຫານ​ທຸກ​ຊະ​ນິດ​ທີ່​ເຮົາ​ກິນ. ການ​ຜະ​ລິດ​ຄໍ​ລາ​ເຈນ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ​ທີ່​ສຸດ ແມ່ນ​ຍັງ​​ຄົງຮັກ​ສາ​ຄຸນ​ຄ່າ​ຂອງ​ຄໍ​ລາ​ເຈນ ແລະ​ໃຫ້​ໄດ້​ຄໍ​ລາ​ເຈນ​ທີ່​ມີ​ໂມ​ເລ​ກຸນ​ນ້ອຍກວ່າ​ຄໍ​ລາ​ເຈນ​ທຳ​ມະ​ຊາດ 1,000 ເທົ່າ ​ສາ​ມາດ​ເຮັດ​ໃຫ້​ດູດ​ຊືມ​ເຂົ້າ​ຮ່າງ​ກາຍ​ໄດ້​ງ່າຍ​ແລະ​ເຕັມ​ທີ່, ສາ​ມາດ​ທົນ​ຄວາມ​ຮ້ອນ​ໄດ້, ລະ​ລາຍ​ໃນ​ນ້ຳ​ເຢັນ​ໄດ້​, ງ່າຍ​ຕໍ່​ການ​ກິນ ມີ​ສ່ວນ​ຊ່ວຍ​ໃຫ້​ສາ​ມາດ​ດູດ​ຊືມ​ສານ​ອາ​ຫານ​ເຂົ້າ​ສູ່​ຮ່າງ​ກາຍ, ຊ່ວຍ​ກະ​ຕຸ້ນ​ການ​ເຮັດ​ວຽກ​ຂອງ​ເຊວ​ຜິວ, ເຮັດ​ໃຫ້​ສຸ​ຂະ​ພາບຜິວ​ດີ ແລະ​ສົ່ງ​ຜົນ​ດີ​ກັບ​ຂໍ້​ຕໍ່​ແລະ​ກະ​ດູກ​ອີກ​ດ້ວຍ, ເປັ​ນ​ໂປຼ​ຕີນ​ທີ່​ມີ​ໂຄງ​ສ້າງ​ຄ້າຍ​ກັບ​ຄໍ​ລາ​ເຈນ​ທີ່​ຢູ່​ໃນ​ຮ່າງ​ກາຍ​ຂອງ​ມະ​ນຸດ.


ດັ່ງ​ນັ້ນຈຶ່ງ​ເຮັດ​ໃຫ້​ສາ​ມາດ​ເຂົ້າ​ໄປ​ເຕີມ​ເຕັມ​ໃນ​ສ່ວນ​ຕ່າງໆ​ຂອງ​ຮ່າງ​ກາຍ​ໄດ້​ຕາມ​ທີ່​ຕ້ອງ​ການ, ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ຜິວ​ພັນ​ເຕັ່ງ​ຕຶງ, ຊ່ວຍ​ເພີມ​ຄວາມ​ຢືດ​ຢຸ່ນ​ຂອງ​ຜິວ ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຊຸ່ມ​ຊື່ນ, ຊ່ວຍ​ເສີມ​ຄວາມ​ລຽບ​ນຽນ, ​ເຕັ່ງ​ຕຶງ​ແລະກະ​ຊັບ​ໃຫ້​ແກ່​ຜິວ​ພັນ.


Photo from internet
ຄໍ​ລາ​ເຈນ​ເປ໊ບ​ທາຍ

ຄໍ​ລາ​ເຈນ​ເປ໊ບ​ທາຍ 100% ນອກ​ຈາກ​ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ສຸ​ຂະ​ພາບ​ຜິວ​ແລ້ວ ແມ່ນ​ຍັງ​ຊ່ວຍ​ສ້າງ​ກົດ​ໄຮ​ຢາ​ລູ​ຣອນ​ນິກ (Hyaluronic Acid) ທີ່​ເປັນ​ຕົວ​ຊ່ວຍ​ສຳ​ຄັນ​ໃນ​ການ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ແກ່​ຜິວ ແຖມ​ຍັງ​ຊ່ວຍ​ຜະ​ລິດ​ອິ​ລາ​ສ​ຕິນ (Elastin) ທີ່​ເຮັດ​ຜິວ​ມີ​ຄວາມ​ລຽບ​ນຽນ ແລະ​ຢືດ​ຢຸ່ນ​ຫຼາຍ​ຂື້ນ.


ສາ​ມາດ​ກິນ​ໄດ້​ງ່າຍ ໂດຍ​ການ​ປະ​ສົມ​ກັບ​ອາ​ຫານ ຫຼື ເຄື່ອງ​ດື່ມ​ ທີ່​ບໍ​ລິ​ໂພກ​ຢູ່​ປົກ​ກະ​ຕິ ເຊັ່ນ: ກິນ​ກັບ​ເຂົ້າ, ແກງ, ເຄື່ອງ​ດື່ມ​ໂກ​ໂກ້, ກາ​ເຟ ແລະ​ນົມ ເຫຼົ່າ​ນີ້​ເປັນ​ຕົ້ນ. ປະ​ລິ​ມານ​ແມ່ນ​ຄັ້ງ​ລະ 5,000 ​ມີ​ລີກຼາມ (1 ບ່ວງ) ຕໍ່​ວັນ.


ຖ້າ​ຫາກວ່າ​ຕ້ອງ​ການ​ເພີ່ມ​ຄວາມ​ກະ​ຈ່າງ​ໃສ ຫຼື​ຊ່ວຍ​ຫຼຸດ​ອາ​ການ​ປວດ​ຂໍ້ ແມ່ນ​ໃຫ້​ກິນ​ຕື່ມ​ອີກ 1 ບ່ວງ​ນ້ອຍ ກັບ​ເວ​ລາ​ກິນ​ເຂົ້າ​ອີກ​ຄາບ​ຫ່າງ​ກັນ 8-10 ຊົ່ວ​ໂມງ ຫຼື​ກິນ​ກ່ອນນອນ, ເລີ່ມ​ເຫັນ​ຜົນ​ໃນ 3-7ວັນ ໂດຍ​ຈະ​ຮູ້​ສຶກວ່າ​ຜິວ​ນຽນ​ຂື້ນ ແລະໃສ​ຂື້ນໃນ​ເວ​ລາ 14-30 ວັນ. ກິນ​ຕິດ​ຕໍ່​ກັນ​ຈົນ​ຮອດ 2-3 ເດືອນ ແມ່ນ​ຈະ​ເຫັນ​ວ່າ ຮອຍ​ໝອງ​ຄ້ຳ​ຕ່າງໆ ຈະ​ຈາງ​ລົງ, ສ່ວນ​ຮອຍ​ຫ່ຽວ​ຕ່າງໆ​ຈະ​ຕື້ນ​ຂື້ນ​ໃນ​ເວ​ລາ 2-3 ເດືອນ ຈາກ​ການ​ກິນ​ອາ​ຫານ​ເສີມ​ຄໍ​ລາ​ເຈນ​ເປ໊ບ​ທາຍ 100% ທີ່​ຕໍ່​ເນື່ອງ.


ນອກ​ຈາກ​ການ​ກິນ​ຄໍ​ລາ​ເຈນນີ້​ແລ້ວ ສຳ​ຄັນ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເລື່ອງ​ຂອງ​ການ​ກິນ​ອາ​ຫານ​ທີ່​ດີ​ແລະ​ມີ​ປະ​ໂຫຍດ, ການ​ດື່ມ​ນ້ຳແລະ​ພັກ​ຜ່ອນ​ໃຫ້​ພຽງ​ພໍ, ຫຼີກ​ລ່ຽງ​ແສງ​ແດດ​ແຮງໆ ແລະ​ມົນ​ລະ​ພິດ​ຕ່າງໆ ມັນ​ກໍ່​ຈະ​ຊ່ວຍ​ສົ່ງ​ເສີມ​ດ້ານ​ສຸ​ຂະ​ພາບ​ໃຫ້​ແຂງ​ແຮງ, ຜິວ​ງາມ ແລະ​ເບິ່ງ​ສຸ​ຂະ​ພາບ​ດີ​ໄດ້​ຍາວ​ນານ.

ວິ​ທີ​ຮັບ​ປະ​ທານ: ມື້​ລະ 1 ບ່ວງ (5 ກຼາມ) ປົນ​ໃສ່​ກັບ​ນ້ຳ​ດື່ມ​ທຳ​ມະ​ດາ ຫຼື ນ້ຳ​ເຢັນ 150-200 ມິ​ລີ​ລິດ ແລ້ວ​ຄົນ​ໃຫ້​ລະ​ລາຍ​ທັນ​ທີ.


ອາ​ຍຸ​ການ​ເກັບ​ຮັກ​ສາ ນັບ​ຈາກມື້​ຜະ​ລິດ​ແມ່ນ 3 ປີ.


ສິ​ນຄ້າ: ຄໍ​ລາ​ເຈນເປ໊ບ​ທາຍ 100% (ຍີ່​ປຸ່ນ)

ປະ​ລິ​ມານ: 1 ກິ​ໂລກຼາມ

ລາ​ຄາ: 215,000 ກີບ


Comments


bottom of page