ສານເພີ່ມຄວາມກອບ Borex
- KEZ Solutions
- Jul 23, 2020
- 1 min read
Updated: Jul 25, 2020
ສານບໍແຣັກ (Borax) ເປັນສານເຄມີທີ່ມີລັກສະນະເປັນຜົງສີຂາວທີ່ບໍ່ມີກິ່ນ, ມີຣົດຊາດຂົມໜ້ອຍນຶ່ງ ແລະມີຊື່ອື່ນອີກ ເຊັ່ນ: ນ້ຳປະສານທອງ, ສານເຂົ້າຕອກ, ຜົງກັນບູດ, ຜົງເນື້ອນຸ້ມ (ແລະ ເພ່ງແຊ, ເມ່ງແຊ). ຜົງບໍແຣັກເປັນສານອິນຊີສັງເຄາະທີ່ມີຊື່ທາງເຄມີວ່າ ໂຊດຽມບໍເຣດ (Sodium borate) ຫຼືບາງຄົນເອີ້ນວ່າ ນ້ຳປະສານທອງແດງ, ຜົງກອບ ຫຼື ໃນພາສາຈີນ ເອີ້ນວ່າ ເມ່ງແຊ.

ສານບໍແຣັກຖືກນຳມາໃຊ້ຜິດວັດຖຸປະສົງ ໂດຍນຳມາປະສົມໃນອາຫານເພື່ອໃຫ້ອາຫານມີຄວາມກອບ ແລະຄົງຕົວໄດ້ດົນ, ບໍ່ບູດ ຫຼື ເນົ່າງ່າຍ. ອາຫານທີ່ມັກພົບເຫັນວ່າມີສານບໍແຣັກ ແມ່ນມີ: ໝູບົດ, ລູກຊີ້ນ, ໝູປັ້ນທອດ, ໝູສົດ, ຊີ້ນສົດ, ໃສ້ກອກ, ໝາກໄມ້ດອງ ແລະຕ່ອນນ້ຳຫວານ ເຫຼົ່ານີ້ເປັນຕົ້ນ.
ນອກຈາກທີ່ກ່າວມານີ້, ຍັງມີໃຊ້ໃນອຸດສາຫະກຳເຮັດແກ້ວ ເພື່ອຊ່ວຍໃຫ້ເກີດຄວາມໜຽວ ແລະແຂງແຮງ ທີ່ໃຊ້ປະສົມໃນການສາບພາຊະນະເຄື່ອງເຄືອບດິນເຜົາ ໃຫ້ມີຄວາມມັນວາວ. ການໃຊ້ໃນເຄື່ອງສຳອາງ ແມ່ນເປັນສານກັນເສຍ, ຊ່ວຍຢຸດຢັ້ງການຈະເລີນເຕີບໂຕຂອງເຊື້ອຣາໃນແທ້ງທາຕົວ, ໃຊ້ໃນທາງຢາເປັນຢາສະໝານ ທີ່ໃຊ້ເປັນສ່ວນປະສົມໃນການຮັກສາໂຣກຜິວໜັງ, ຢາຂ້າເຊື້ອໂຣກ, ຢາລ້າງຄໍ, ຢາລ້າງຕາ ແລະຍັງໃຊ້ເປັນສານໃນການເຊື່ອມຄຳ, ໃຊ້ໃນອຸດສາຫະກຳຟອກໜັງ, ໃຊ້ເປັນຢາຂ້າແມງໄມ້, ຢາຂ້າເຊື້ອຣາຢູ່ໄມ້, ຢາກຳຈັດໃຄນ້ຳຢູ່ສະລອຍນ້ຳ, ໃຊ້ເຮັດອຸປະກອນໄຟຟ້າ, ໃຊ້ຊຸບ ແລະເຄືອບໂລຫະ, ໃຊ້ໃນການຜະລິດຖ່ານໄຟສາຍ, ໃຊ້ເຮັດສະບູ, ນ້ຳຢາດັດຜົມ: ເຮັດປຸ໋ຍ ແລະອື່ນໆ.
ປະລິມານ: 1 ກິໂລກຼາມ
ລາຄາ: 61,500 ກີບ
Comments