ສູດໝັກຜົມດ້ວຍໃບຫຍ້າຝຼັ່ັງ
- KEZ Solutions
- Oct 19, 2020
- 1 min read
ປະໂຫຍດຈາກຫຍ້າຝຼັ່ັງ (Bitter bush, Devil weed, Camfhur grass, Triffid)
ຫຍ້າຝຼັ່ັງ ແມ່ນມີຖິ່ນກຳເນີດໃນແຖບອາເມລິກາກາງ ໂດຍມີເຂດແຜ່ກະຈາຍຕັ້ງແຕ່ທາງຕອນໃຕ້ຂອງລັດຟໍລິດາ ຈົນຮອດຕອນເໜືອຂອງປະເທດອາເຈນຕິນາ ແລະລະບາດທົ່ວໄປໃນເຂດຮ້ອນທົ່ວທຸກທະວີບ (ຍົກເວັ້ນການລະບາດເຂົ້າໄປໃນທະວີບອົດສະຕາລີ ໂດຍສາມາດພົບເຫັນໄດ້ພຽງເລກນ້ອຍເທົ່ານັ້ນ) ເຊິ່ງຈັດເປັນພືດລົ້ມລຸກ, ເປັນພືດທີ່ແຕກກິ່ງກ້ານສາຂາຫຼາຍ.

ນອກຈາກຫຍ້າຝຼັ່ັງ ຈະມີສັບພະຄຸນຫຼາຍຢ່າງທີ່ຢາສະໝານບາດແຜພາຍນອກແລະພາຍໃນແລ້ວ ແມ່ນຍັງສາມາດເປັນສ່ວນປະສົມດ້ານການຮັກສາເສັ້ນຜົມອີກດ້ວຍ ເຊັ່ນ: ການຮັກສາຜົມຫງອກ ແລະການບຳລຸງເສັ້ນຜົມໃຫ້ແຂງແຮງຂື້ນ ໂດຍການນຳເອົາຫຍ້າຝຼັ່ັງມາຕຳ, ຫຼັງຈາກນັ້ນກໍ່ກັ່ນຕອງເອົານ້ຳມາປະສົມກັບນ້ຳມັນໝັກຜົມ ດັ່ງລຸ່ມນີ້:
ສູດທີ 1 ການຮັກສາຜົມຫງອກ ຫຼື ເລັ່ງຜົມຍາວແລະເສັ້ນຜົມໃຫຍ່: ປະສົມກັບນ້ຳມັນໝາກຮຸ່ງສາ 1 ບ່ວງໃຫຍ່ ແລ້ວໝັກຜົມເປັນປະຈຳ
ສູດທີ 2 ເພີ່ມຄວາມນຸ້ມແລະຫຼຸດຜ່ອນຜົມຫຼົ່ນ: ປະສົມກັບນ້ຳມັນໝາກກອກ ຫຼື ນ້ຳມັນໝາກພ້າວ (ບໍ່ແມ່ນນ້ຳມັນທີ່ໃຊ້ປຸງແຕ່ງອາຫານ)
ສູດທີ 3 ຫຼຸດອາການຄັນຂອງໜັງຫົວ: ພຽງແຕ່ໝັກນ້ຳຈາກຫຍ້າຝຼັ່ັງ ປະໄວ້ຢ່າງໜ້ອຍ 20 ນາທີ.
ນ້ຳມັນໝາກຮຸ່ງສາ (Castor Oil) / ເບິ່ງວີດີໂອ
ປະລິມານ: 70ml
ລາຄາ: 45,000 ກີບ
ໂທ: 020 99383438
ປະຊາສຳພັນລົງໂຄສະນາໄດ້ທີ່ www.kezlaos.com
Comments