top of page

ຄຸນ​ປະ​ໂຫຍດ​ຂອງ Evening Primrose Massage Oil

Updated: Aug 1, 2020

Evening Primrose Massage Oil ນ້ຳ​ມັນ​ນວດ​ອີ​ວີ​ນິງ​ພິມ​ໂຣ​ສ ມີ​ຖິ່ນ​ກຳ​ເນີດ​ຢູ່​ໃນ​ເຂດ​ລາ​ຕິນ​ອາ​ເມ​ລິ​ກາ, ເປັນ​ພືດ​ໃນ​ເຂດ​ໜາວ, ລຳ​ຕົ້ນ​ສູງ, ມີ​ດອກ​ສີ​ເຫຼືອງ ແລະ​ກີບ​ບາງ. ລັກ​ສະ​ນະ​ຂອງດອກ​ຈະ​ເປັນ​ກ້ານ​, ດອກ​ຈະ​ມີ​ລັກ​ສະ​ນະ​ແຜ່​ກວ້າງ, ໃນ​ຝັກ​ຈະ​ມີ​ເມັດ​ສີ​ນ້ຳ​ຕານ ແລະ​ອີກ​ຊື່​ໜຶ່ງ​ແມ່ນ​ເອີ້ນ​ວ່າ Evening Primrose Oil, ນ້ຳ​ມັນ​ຊະ​ນິດນີ້​ມີ​ສານ​ປະ​ກອບ​ສຳ​ຄັນ​ຄື​ກົດ​ໄຂ​ມັນ​ບໍ່​ອິ່ມ​ຕົວ (Essential Fatty Acid) ທີ່​ຮ່າງ​ກາຍບໍ່​ສາ​ມາດ​ສ້າງ​​ຂື້ນເອງ​ໄດ້. ມີ​ສັບ​ພະ​ຄຸນ​ໃນ​ການ​ປ້ອງ​ກັນ​ການ​ສູນ​ເສຍ​ນ້ຳ​ຂອງ​ເຊວ​ຜິວ​ໜັງ ຈຶ່ງ​ເຮັດ​ໃຫ້​ຜິວ​ມີ​ຄວາມ​ຊຸ່ມ​ຊື່ນ, ເປັ່ງ​ປັ່ງ ແລະ​ມີ​ນ້ຳ​ມີ​ນວນ.


Photo from internet
Evening Primrose Oil

ນອກ​ຈາກນ້ຳ​ມັນ​ອີ​ວີ​ນິງ​ພິມ​ໂຣ​ສ ຊ່ວຍ​ບຳ​ລຸງ​ຜິວ​ພັນ​ໃຫ້​ຊຸ່ມ​ຊື່ນ​ແລ້ວ, ມັນ​ຍັງ​ຊ່ວຍ​ປັບ​ສະ​ພາບ​ຜິວ​ທີ່​ແຫ້ງ​ກະ​ດ້າງ​ໃຫ້​ກັບ​ມາ​ນຸ້ມ​ສົດ​ໃສ, ຫຼຸດ​ຮອຍ​ຫ່ຽວ ແລະ​ຄວາມ​ໝອງ​ຄ້ຳ​ຂອງ​ຜິວ​ພັນ, ຊ່ວຍ​ຫຼຸດ​ການ​ເກີດ​ສິວ​ອຸດ​ຕັນ ຈົນ​ເຖິງ​ການ​ຊ່ວຍ​ຮັກ​ສາ​ອາ​ການ​ຜິດ​ປົກ​ກະຕິ​ທາງ​ຜິວ​ໜັງ ເຊັ່ນ: ຜິວ​ໜັງ​ແຫ້ງ, ອາ​ການ​ຜົມ​ຫຼົ່ນ, ມີ​ໃຄ​ຫົວ ແລະ​ເລັບ​ບາງ​ໄດ້.

ປະ​ລິ​ມານ​ການ​ໃຊ້​ງານ: ແມ່ນ​ສາ​ມາດ​ໃຊ້​ປະ​ສົມ​ກັບ​ນ້ຳ​ມັນ​ຫອມ​ລະ​ເຫີຍ ເພື່ອ​ເຮັດ​ນ້ຳ​ມັນ​ນວດ​ໄດ້, ເໝາະ​ກັບ​ຮ້ານ​ສະ​ປາ​ເພື່ອ​ນວດ​ຕົນ​ໂຕ ແລະ​ສາ​ມາດ​ປະ​ສົມ​ແບບ base ກັບ​ເຄື່ອງ​ສຳ​ອາງ​ໄດ້ 5%-10%, ເປັນ​ນ້ຳ​ມັນ​ທີ່​ເໝາະ​ກັບ​ທຸກ​ສະ​ພາບ​ຜິວ, ມີ​ຄວາມ​ໃສ​ແລະ​ບໍ່​ໜຽວ. ອັດ​ຕາ​ສ່ວນ​ຂອງ​ນ້ຳ​ມັນ​ອີ​ວີ​ນິງ​ພິມ​ໂຣ​ສ 1 ບ່ວງ​ນ້ອຍ ຕໍ່ ນ້ຳ​ມັນ​ຫອມ​ລະ​ເຫີຍ​ຊະ​ນິດ​ອື່ນ 1-2 ຢົດ.

​ສິນ​ຄ້າ: ນ້ຳ​ມັນ​ນວດ Evening Primrose

ປະ​ລິ​ມານ: 1 ກິ​ໂລກຼາມ

ລາ​ຄາ: 1,347,500 ກີບ

Comentários


bottom of page