top of page

Jojoba Oil ນ້ຳ​ມັນ​ໂຈ​ໂຈ​ບາ

Updated: Aug 1, 2020

Jojoba Oil ນ້ຳ​ມັນ​ໂຈ​ໂຈ​ບາ ເປັນ​ພືດ​ພື້ນ​ເມືອງ​ໃນ​ແຖບ​ອາ​ຣິ​ໂຊ​ນາ ແລະ ແຄ​ລິ​ຟໍ​ເນຍ ຂອງ​ປະ​ເທດ​ອາ​ເມ​ລິ​ກາ, ມີ​ໃບ​ໜາ, ກ້ານ​ຍາວ, ລຳ​ຕົ້ນ​ເປັນ​ພຸ່ມ​ສູງ ປະ​ມານ 1-2 ແມັດ, ດອກ​ແມ່​ຈະ​ມີ​ສີ​ຂຽວ ເມື່ອ​ແກ່​ເຕັມ​ທີ່​ແມ່ນ​ຈະ​ມີ​ສີ​ນ້ຳ​ຕານ​ເຂັ້ມ​ຄ້າຍ​ຄື​ກັບ​ໝາກ​ໄມ້, ພາຍ​ໃນ​ຈະ​ເຕັມ​ໄປ​ດ້ວຍ​ເມັດ​ໂຈ​ໂຈ​ບາ ທີ່​ນຳ​ສະ​ກັດ​ເປັນ​ນ້ຳ​ມັນ, ມີ​ແຮ່​ທາດ​ທອງ​ແດງ, ໂຄ​ຣ​ມຽມ, ໄອ​ດີນ, ຊີ​ລິ​ຄອນ ແລະ​ສັງ​ກະ​ສີ. ນອກ​ຈາກນີ້ ຍັງ​ມີ​ວິ​ຕາ​ມິນ​ A ແລະ B ລວມ ທີ່​ໃຫ້​ປະ​ໂຫຍດ​ແກ່​ຜິວ​ພັນ​ແລະ​ເສັ້ນ​ຜົມ.


ໂຈ​ໂຈ​ບາ​ໃນ​ເຄື່ອງ​ສຳ​ອາງ ເປັນ​ສ່ວນ​ປະ​ສົມ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ສຳ​ລັບ​ສູດ​ການບຳ ​ລຸງ​ຜິວ, ສາ​ມາດ​ຊືມ​ເຂົ້າ​ສູ່​ຜິວ​ໜັງ​ກຳ​ພ້າ​ໄດ້​ເປັນ​ຢ່າງ​ດີ. ໂຈ​ໂຈ​ບາ ມີ​ສັບ​ພະ​ຄຸນ​ເຮັ​ດ​ໃຫ້​ຜິວ​ໜັງ​ນຸ້ມນວນ​ໄດ້​ໂດຍ​ທີ່ບໍ່​ມັນ​ແລະ​ໜຽວ ແລະ​ໃນ​ຂະ​ນະ​ດຽວ​ກັນ ໂຈ​ໂຈ​ບາ​ຍັງ​ຊ່ວຍ​ຮັກ​ສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ຜິວ​ໜັງ​ໂດຍ​ການ​ຊ່ວຍ​ຫຼຸດ​ການ​ລະ​ເຫີຍ​ຂອງ​ນ້ຳ​ພາຍ​ໃນ​ຮ່າງ​ກາຍ​ສູ່​ຜິວ​ຊັ້ນ​ນອກ, ຊ່ວຍ​ຫຼຸດ​ປະ​ລິ​ມານ​ການ​ເສຍ​ນ້ຳ​ຂອງ​ຜິວ​ໜັງ ອີກ​ທັງ​ຍັງ​ຊ່ວຍ​ເພີ່ມ​ຄວາມ​ຢືດ​ຢຸ່ນ​ໃຫ້​ແກ່​ຜິວ​ໜັງ ເປັນ​ສານ​ທີ່​ຊ່ວຍ​ບຳ​ລຸງ​ຜົມ​ແລະ​ໜັງ​ຫົວ​ໄດ້​ເປັນ​ຢ່າງ​ດີ ເຮັດ​ໃຫ້​ຜົມ​ນຸ້ມ​ເງົາ​ງາມ​ແລະ​ສະ​ອາດ​ອີກ​ດ້ວຍ.


Photo from internet
Jojoba Oil

ຄຸນ​ສົມ​ບັດ​ທີ່​ສຳ​ຄັນ​ແມ່ນ​:

  • ຊ່ວຍ​ຫຼຸດ​ຮອຍ​ແຕກ​ລາຍ​ແລະ​ຮອຍ​ຫ່ຽວ, ຊ່ວຍ​ໃຫ້​ແຜ​ເປັນ​ຈາງ​ລົງ

  • ຊ່ວຍ​ໃຫ້​ຜິ​ວ​ສາ​ມາດ​ກັກ​ເກັບ​ນ້ຳ​ລໍ່​ລ້ຽງ​ໄດ້​ຍາວ​ນານ

  • ຊ່ວຍ​ໃຫ້​ສິວ​ສ້ຽນ​ຫຼຸດ​ອອກ ແລະ​ກຳ​ຈັດ​ສິ່ງ​ສົກ​ກະ​ປົກ​ທີ່​ຮູ​ຂຸມ​ຂົນ ຈຶ່ງ​ເໝາະ​ສຳ​ລັບ​ຄົນ​ທີ່​ເປັນ​ສິວ ແລະ​ຜິວ​ໜ້າ​ມັນ ແລະ​ປັບ​ສະ​ພາບ​ຄວາມ​ເປັນ​ກົດ-ດ່າງຂອງ​ຜິວ​ໄດ້​ດີ

  • ປົກ​ປ້ອງ​ຄວາມ​ຊຸ່ມ​ຊື່ນ​ຂອງ​ເສັ້ນ​ຜົມ​ໄດ້​ເປັນ​ຢ່າງ​ດີ​, ເຮັດ​ໃຫ້​ຜິວ​​ດູດ​ຊຶມ​ໄດ້​ດີ​ແລະຮູ້​ສຶກ​ກະ​ຈາຍ​ຕົວ​ແບບ​ບໍ່​ໜຽວ​ຕົວ

  • ບໍ່​ລະ​ຄາຍ​ເຄືອງ​ແລະ​ເໝາະ​ສົມ​ກັບ​ຜິວ​ທີ່​ແພ້​ງ່າຍ, ໃຫ້​ຄວາມ​ຊຸ່ມ​ຊື່ນ​ຜິວ​ຄ້າຍ​ຄຶງ​ກັບ​ນ້ຳ​ມັນ​ຈາກ​ຜິວ​ຕາມ​ທຳ​ມະ​ຊາດ

  • ຊ່ວຍ​ປັບ​ຄວາມ​ສົມ​ດຸນ​ຂອງ​ນ້ຳ​ມັນ​ທີ່​ຜິວ

  • ປົກ​ປ້ອງ​ຜິວ​ຈາກ​ການ​ລະ​ຄາຍ​ເຄືອງ ທີ່​ມີ​ສາ​ເຫດ​ຈາກ​ຜິວ​ແຫ້ງ

  • ລົດ​ເລືອນ​ຮອຍ​ຫ່ຽວ​ຂອງ​ອາ​ຍຸ ແລະ​ຮອຍ​ຫ່ຽວ​ຂະ​ໜາດ​ນ້ອຍ

  • ກະ​ຕຸ້ນ​ການ​ສະ​ໝານ​ບາດແຜ ແລະ​ຜິວ​ໜັງ​ຫຼັງ​ຖືກ​ແສງ​ແດດ.

ການ​ໃຊ້ເປັນນ້ຳ​ມັນ​ນວດ​ຕົວແບບ​ສະ​ປາ ແລະ​ນວດ​ອາ​ໂຣ​ມາ ເພື່ອ​ຄວາມ​ຜ່ອນ​ຄາຍ ທີ່​ປະ​ສົມ​ນ້ຳ​ມັນ​ໂຈ​ໂຈ​ບາ, ນວດ​ສະ​ປາ ແລະ ນວດ​ເພື່ອ​ຄວາມ​ຜ່ອນ​ຄາຍ​ບຳ​ບັດ​ໂຣກ​ຕາມ​ຄວາມ​ຕ້ອງ​ການ, ໃນ​ອຸດ​ສາ​ຫະ​ກຳ​ເຄື່ອງ​ສຳ​ອາງ ແລະ ຜະ​ລິດ​ຕະ​ພັນ​ບຳ​ລຸງ​ຜິວ​ສາ​ມາດ​ໃຊ້​ໄດ້​ເຖິງ 20-50% ເມື່ອ​ປະ​ສົມ​ລວມ​ກັນ​ກັບ​ນ້ຳ​ມັນ​ຊະ​ນິດ​ອື່ນ.


ສິນ​ຄ້າ: ນ້ຳ​ມັນ​ໂຈ​ໂຈ​ບາ

ປະ​ລິ​ມານ: 1 ກິ​ໂລກຼາມ

ລາ​ຄາ: 1,242,500 ກີບ

Comments


bottom of page