top of page

Alpha Arbutin (ອັ​ລ​ຟາ ອາ​ບູ​ຕິນ) ທີ່​ຢູ່​ໃນ​ເຄື່ອງ​ສຳ​ສຳ​ອາງ​ປະ​ເພດ​ປົວ​ຝ້າ

Updated: Jul 31, 2020

ສານ​ສະ​ກັດ​: ອັ​ລ​ຟາ ອາ​ບູ​ຕິນ (Alpha Arbutin)

ອັ​ລ​ຟາ ອາ​ບູ​ຕິນ ຄື​ສານ​ສະ​ກັດ​ຈາກ Bearberry ທີ່​ຈະ​ເລີນ​ເຕີບ​ໂຕ​ໃນ​ແຖບ​ຊີກ​ໂລກ​ເໜືອ, ສາ​ມາດ​ພົບ​ເຫັນ​ໄດ້​ຫຼາຍ​ຢູ່​ແຖບ​ລັດ​ວິດ​ຄອນ​ຊິນ ແລະ ນິວ​ເຈີ​ຊີ ໃນ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ແລະ​ບາງ​ເຂດ​ໃນ​ປະ​ເທດ​ແຄນາ​ດາ ທີ່​ເປັນ​ອະ​ນຸ​ພັນ​ຂອງ​ສານ​ຈຳ​ພວກ Hydroquinone ທີ່​ໃຫ້​ຜົນ​ດີ​ທີ່​ສຸດ​ສຳ​ລັບ​ການ​ຫຼຸດ​ຄວາມ​ໝອງ​ຄ້ຳ, ຫຼຸດ​ຜ່ອນ​ຈຸດ​ດ່າງ​ດຳຂອງ​ຝ້າ-ກະເທິງ​ໃບ​ໜ້າ, ສ່ວນ​ໃຫ​ຍ່​ແມ່ນ​ເຫັນ​ຢູ່​ໃນ​ຜະ​ລິດ​ຕະ​ພັນ​ພວກ Whitening. ເນື່ອງ​ຈາກວ່າ​ມີ​ສັບ​ພະ​ຄຸນ​ເໜືອກວ່າ Whitening ຊະ​ນິດ​ອື່ນໆ ​ຈຶ່ງ​ເຮັດ​ໃຫ້ Alpha-Arbutin ມີ​ລາ​ຄາ​ສູງກວ່າ.


ອາ​ບູ​ຕິນ ແມ່ນ​ມີ​ຊື່​ທາງວິ​ທະ​ຍາ​ສາດ​ວ່າ Hydroquinone-a-D-glucoside ທີ່​ເຮັດ​ໜ້າ​ທີ່​ເປັນ​ຕົວ​ກະ​ຕຸ້ນ​ເຊວ​ຜິວ​ໃຫ້​ຢັບຢັ້ງ​ການ​ຜະ​ລິດ​ຂອງ​ເມ​ລາ​ນິນທີ່​ເປັນ​ຕົວ​ການ​ເຮັດ​ໃຫ້​ຜິວ​ໝອງ​ຄ້ຳ ແລະເຮັດ​ໃຫ້​ຮອຍ​ດ່າງ​ດຳ​ຊັດ​​ເຈນຂື້ນ. ຍົກ​ຕົວ​ຢ່າງ ເປືອກ​ໝາກ​ກ້ວຍ ຫຼື ເປືອກ​ໝາກ​ມ່ວງ​ທີ່​​ປະ​ໄວ້​ດົນ​ດຳ​ຂື້ນ ກໍ່​ເພາະ​ວ່າ​ເກີດ​ການ​ສ້າງ​ເມ​ລາ​ນິນ​ທັນ​ທີນັ້ນ​ເອງ ເຊັ່ນ​ດຽວ​ກັນ​ກັບຜິວ​ຂອງ​ຄົນ​ເຮົາ​ກໍ່ມີ​ບວນ​ການ​ສ້າງ​ເມັດ​ສີ​ຜິວ​ແບບ​ດຽວ​ກັນ, ແຕ່​ວ່າ​ໃນ​ພືດ​ແມ່ນ​ສາ​ມາດ​ເກີດ​ປະ​ຕິ​ກິ​ລິ​ຍາ​ໄດ້​ໄວ​ກວ່ານັ້ນ​ເອງ.


Photo from internet
Alpha Arbutin

ໃນ​ທາງ​ການ​ແພດ​ໄດ້​ຈັດ​ໃຫ້​ອາ​ບູ​ຕິນ​ເປັນ​ຕົວ​ເລືອກ​ໃນ​ການ​ເຮັດ​ໃຫ້​ຜິວ​ຂາວ​ກະ​ຈ່າງ​ໃສ​ໄດ້​ດີ ແລະ​ປອດ​ໄພ​ຫຼາຍ​ທີ່​ສຸດ.

ອາ​ບູ​ຕິນ​ແມ່ນ​ສານ​ສະ​ກັດ​ຈາກ​ທຳ​ມະ​ຊາດ 100% ໂດຍ​ສາ​ມາດ​ເຮັດ​ມາ​ຈາກ​ໝາກ, ເປືອກ, ໃບ ແລະ​ສ່ວນ​ຕ່າງໆ​ຂອງ​ພືດ​ຫຼາຍ​ຊະ​ນິດ ເຊິ່ງ​ພືດ​ເຫຼົ່າ​ນີ້​ສ່ວນ​ໃຫຍ່​ແມ່ນ​ສາ​ມາດ​ພົບ​ເຫັນ​ໃນ​ເມືອງ​ໜາວ ເຊັ່ນ: Bearberry, Blueberry, Cranberry, Mulberry, ໝາກ​ໄມ້​ສົດ​ຂອງ​ລັດ​ແຄ​ລິ​ຟໍ​ເນຍ ຄື Bukeye ແລະ Aesculus California, ບາງ​ແຫຼ່ງ​ຂໍ້​ມູນ​ຍັງ​ບອກວ່າ ອາ​ບູ​ຕິນ​ສາ​ມາດ​ສະ​ກັດ​ໄດ້​ຈາກ ພືດ​ຊະ​ນິດ​ຕ່າງໆ​ໃນ​ປະ​ເທດແຄ​ນາ​ດາ ເຊັ່ນ: Dockweed. ແຕ່​ວ່າແຫຼ່ງ​ທີ່​ສາ​ມາດ​ຜະ​ລິດ​ອະ​ບູ​ຕິນ​ທີ່​ມີ​ຄຸນ​ນະ​ພາບ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ປະ​ເທດ​ເມືອງ​ໜາວ ເຊັ່ນ: ຢູ​ໂຣບ, ອາ​ເມ​ລິ​ກາ​ຕອນ​ເໜືອ ຫຼື ​ແຄນາ​ດາ ແລະ​ຜູ້​ຊ່ຽວ​ຊານ​ສ່ວນ​ໃຫຍ່​ກ່າວ​ວ່າ ແຫຼ່ງ​ທີ່​ດີ​ທີ່​ສຸດ​ແມ່ນ​ຢູ່​ໃນ​ປະ​ເທດ​ສະ​ວິດ​ເຊີ​ແລນ.


ປະ​ໂຫຍດ​ຂອງ ອັ​ລ​ຟາ ອະ​ບູ​ຕິນ:

ເຮັດ​ໜ້າ​ທີ່​ເປັນ​ຕົວ​ກະ​ຕຸ້ນ​ເຊວ​ຜິວ​ໃນ​ການ​ຢັບ​ຢັ້ງ​ການ​ຜະ​ລິດ​ເມ​ລາ​ນິນ ທີ່​ຈະ​ເປັນ​ຕົວ​ການ​ເຮັດ​ໃຫ້​ສີ​ຜິວ​ໝອງ​ຄ້ຳ ຫຼື​ດຳ​ຂື້ນ ແລະຮອຍ​ຈຸດ​ດ່າງ​ດຳ​ຊັດ​ເຈນ​ຂື້ນ. ອັ​ລ​ຟາ ອາ​ບູ​ຕິນ​ແມ່ນ​ຖືກ​ນຳ​ໄປ​ໃຊ້​ເປັນ​ສ່ວນ​ປະ​ກອບ​ຂອງ​ເຄື່ອງ​ສຳອາງ ທີ່​ຊ່ວຍ​ໃຫ້​ຜິວ​ກະ​ຈ່າງ​ໃສ, ດີກວ່າ​ສານ​ຕົວ​ອື່ນໆ​ຫຼາຍ, ມີ​ຄວາມ​ປອດ​ໄພ​ໃນ​ການ​ໃຊ້​ຕໍ່​ຜິວ​ໜັງ ແລະ​ບໍ່​ສົ່ງ​ຜົນ​ກະ​ທົບ​ໃນ​ການ​ຜັດ​ປ່ຽນ​ເຊວ​ຜິວ ແລະ​ເປັນ​ສານ​ສະ​ກັດ​ທີ່​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ​ຜິວ​ໄດ້​ດີ​ຫຼາຍ.


ຂໍ້​ດີ​ຂອງ​ອັ​ລ​ຟາ ອາ​ບູ​ຕິນ: - ຊ່ວຍ​ໃຫ້​ຂາວ​ກະ​ຈ່າງ​ໃສ ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ​ເຫັນ​ຜົນ​ໄດ້​ໄວ

- ບໍ່​ສົ່ງ​ຜົນ​ເສຍ​ໃນ​ເລື່ອງ​ຂອງ​ການ​ເຮັດ​ໃຫ້​ຜິວ​ບາງ ໂດຍ​ຕ່າງ​ກັບ​ກົດ​ຫຼື​ສານ​ເຮັດ​ໃຫ້​ຜິວ​ຂາວ​ຊະ​ນິດ​ອື່ນໆ.


ຂໍ້​ເສຍ​ຂອງ ອັ​ລ​ຟາ ອາ​ບູ​ຕິນ: - ຖ້າ​ໃສ່​ເປັນ​ສ່ວນ​ປະ​ສົມ​ໃນ​ເຄື່ອງ​ສຳ​ອາງ ທີ່​ຢູ່​ໃນ​ປະ​ລິ​ມານ​ຫຼາຍ​ເກີນ​ໄປ ແມ່ນ​ອາດ​ເກີດ​ຜົນ​ກະ​ທົບ​ໃນ​ໄລ​ຍະ​ຍາວ - ຊອກ​ຊື້​ຍາກ, ຕົ້ນ​ທຶນ​ສູງ ແລະ​ເຮັດ​ໃຫ້​ເຄື່ອງ​ສຳ​ອາງ​ມີ​ລາ​ຄາ​ສູງ​ຂື້ນ.


ຈາກ​ຂໍ້​ມູນ​ທີ່​ກ່​າວ​ມາ​ທັງ​ໝົດ​ແມ່ນ​ເຫັນ​ວ່າ ອາ​ບູ​ຕິນ​ເປັນ​ສານ​ສະ​ກັດ​ທີ່​ເຕັມ​ໄປ​ດ້ວຍ​ປະ​ໂຫຍດ ແລະ​ມີ​ຜົນ​ດີ​ຕໍ່​ສະ​ພາບ​ຜິວ​ຂອງ​ເຮົາ​ໄດ້​ຢ່າງ​ແທ້​ຈິງ. ໂດຍ​ສະ​ເພາະ​ຫາກ​ເປັນ​ອັ​ລ​ຟາ ອະ​ບູ​ຕິນ ແມ່ນ​ຍິ່ງ​ເປັນ​ການ​ດີ​ຕໍ່​ການ​ບຳ​ລຸງ​ຮັກ​ສາ​ຜິວ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂື້ນ​ໄປ​ອີກ ແລະ​ຍັງ​ສາ​ມາດ​ເຫັນ​ຜົນ​ໄດ້​ໄວ​ທັນ​ໃຈ​ອີກ​ດ້ວຍ. ເຖິງ​ຢ່າງ​ໃດ​ກໍ່​ຕາມ; ຫາກ​ເຄື່ອງ​ສຳ​ອາງ​ທີ່​ໃຊ້​ອາ​ບູ​ຕິນ​ຫຼາຍ​ເກີນ​ໄປ​ແມ່ນ​ອາດ​ເຮັດ​ໃຫ້​ໄດ້​ຮັບ​ຂ້າງ​ຄຽງ​ໃນ​ໄລ​ຍະ​ຍາວ​ໄດ້. ດັ່ງ​ນັ້ນ, ນອກ​ຈາກ​ຈະ​ຕ້ອງ​ສັງ​ເກດ​ວ່າ​ເຄື່ອງ​ສຳ​ອາງ​ທີ່​ໃຊ້​ມີ​ອາ​ບູ​ຕິນ ຫຼື​ບໍ່​ມີ ແມ່ນ​ຍັງ​ຕ້ອງ​ໄດ້​ສຶກ​ສາ​ເບິ່ງວ່າ​ປະ​ລິ​ມານ​ທີ່​ມີ​ຢູ່​ໃນ​ເຄື່ອງ​ສຳ​ອາງນັ້ນ​ແມ່ນ​ເໝາະ​ສົມ (ບໍ່​ໜ້ອຍ​ຫຼື​ຫຼາຍ​ເກີນ​ໄປ) ແລະ​ໃຫ້​ເໝາະ​ກັບ​ງົບ​ປະ​ມານ​ທີ່​ຄຸ້ມ​ຄ່າ.


ເພາະ​ສະ​ນັ້ນ, ​ພວກ​ເຮົາ​ຕ້ອງ​ໄດ້​ລົງ​ທຶນ​ຊື້​ ແລະ​ເລືອກເຄື່ອງ​ສຳ​ອາງ​ທີ່​ມີ​ຄຸນ​ນະ​ພາບ​ດີ​ໃນການ​ເບິ່ງ​ແຍງ​ຜິວ​ໜ້າ​ໃຫ້​ກະ​ຈ່າງ​ໃສ​ ເພາະ​ຖ້າ​ຫາກບໍ່​ລະ​ວັງ ຫຼື ໃຊ້​ເຄື່ອງ​ສຳ​ອາງ​ທີ່ບໍ່​ມີ​ຄຸນ​ນະ​ພາບ, ​ນອກ​ຈາກບໍ່​ໄດ້​ຜົນ​ດີ​ແລ້ວ ແມ່ນ​ຍັງ​ເຮັດ​ໃຫ້​ໜ້າ​ພັງ​ຂື້ນກວ່າ​ເກົ່າ​ອີກ​ດ້ວຍ.


ປະ​ລິ​ມານ: 100 ກຼາມ

ລາ​ຄາ: 205,000 ກີບ (ຈີນ)

ລາ​ຄາ: 1,490,000 ກີບ (ແຄ​ນາ​ດາ)

Comments


bottom of page