top of page

ສັບ​ພະ​ຄຸນ​ຂອງ​ອະ​ໂວ​ຄາ​ໂດ

Updated: Jul 31, 2020

ອະ​ໂວ​ຄາ​ໂດເປັນ​ໝາກ​ໄມ້​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຢ່າງ​ຫຼວງ​ຫຼາຍ​ໃນ​ແຖບ​ທະ​ວີບ​ອາ​ເມ​ລິ​ກາ​ແລະ​ຢູ​ໂຣບ ເນື່ອງ​ຈາກວ່າ​ອະ​ໂວ​ຄາ​ໂດນັ້ນ​ມີ​ຄຸນ​ຄ່າ​ທາງ​ສານ​ອາ​ຫານ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ​ຫຼາຍ. ໝາກ​ອະ​ໂວ​ຄາ​ໂດ​ຈະ​ມີ​ສີ​ຂຽວ ແລະ​ເມື່ອ​ເວ​ລາ​ສຸກ​ຈະ​ມີ​ສີ​ເຂັ້ມ​ຂື້ນ, ດ້ານ​ໃນ​ຈະ​ມີ​ສີ​ຂຽວ, ມີ​ຣົດ​ຊາດ​ຄ້າຍ​ກັບ​ເນີຍ, ມີ​ເມັດ​ສີ​ນ້ຳ​ຕານ​ຢູ່​ບໍ​ລິ​ເວນ​ກາງ​ຂອງ​ໝາກ. ນອກ​ຈາກ​ການ​ຮັບ​ປະ​ທານ​ໝາກ​ອະ​ໂວ​ຄາ​ໂດ​ແລ້ວ ຍັງ​ສາ​ມາດ​ນຳ​ມາ​ສະ​ກັດ​ເຢັນ​ເພື່ອ​ໃຫ້​ໄດ້​ນ້ຳ​ມັນ​ອອກ​ມາ​ໃຊ້​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ງາມ​ໄດ້​ອີກ.


Photo from internet
ປະ​ໂຫຍດ​ຂອງ​ອະ​ໂວ​ຄາ​ໂດ

ນ້ຳ​ມັນ​ອະ​ໂວ​ຄາ​ໂດ​ແມ່ນ​ສາ​ມາດ​ດູດ​ຊືມ​ເຂົ້າ​ສູ່​ຜິວ​ໄດ້​ດີ​ທີ່​ສຸດ​ເມື່ອ​ທຽບ​ກັບ​ນ້ຳ​ມັນ​ສະ​ກັດ​ທຳ​ມະ​ຊາດ​ຊະ​ນິດ​ອື່ນໆ ເຊັ່ນ ນ້ຳ​ມັນ​ໝາກກອກ ແລະ​ຍັງ​ອຸ​ດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ເອ, ວິ​ຕາ​ມິນ​ດີ, ວິ​ຕາ​ມິນ​ອີ, ເລ​ຊິ​ຕິນ ແລະ​ກົດ​ໄຂ​ມັນ​ທີ່​ຈຳ​ເປັນ ເຊັ່ນ: ກົດ​ລິ​ໂນ​ເລ​ອິກ, ກົດ​ໂອ​ເລ​ອິກ ແລະ ໄຟ​ໂຕ​ສ​ເຕີ​ຣໍ ເຊິ່ງ​ມີ​ສັບ​ພະ​ຄຸນ​ໃນ​ການ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ຫຼະ​ຊ່ວຍ​ຊະ​ລໍ​ການ​ເກີດ​ຣິ້ວ​ຮອຍ ແລະ​ສາ​ມາດບຳ​ລຸງ​ຜິດ​ໃຫ້​ຊຸ່ມ​ຊື່ນ.


ປະ​ໂຫຍດ​ຂອງ​ນ້ຳ​ມັນ​ອະ​ໂວ​ຄາ​ໂດ​ໃນ​ການ​​​ເບິ່ງ​ແຍງ​ຮັກ​ສາ​ຜິວ​ພັນ

· ຊ່ວຍ​ໃນ​ການ​ລົບ​ເລືອນ​ຣິ້ວ​ຮອຍ ແລະ​ກະ​ຕຸ້ນ​ການ​ສ້າງ​ຄໍ​ລາ​ເຈນ

· ຊ່ວຍ​ປົກ​ປ້ອງ​ຜິວ​ຈາກ​ລັງ​ສີ UV ແລະ​ຊ່ວຍ​ຟື້ນ​ຟູ​ຜິວ​ຄ້ຳ​ເສຍ​ທີ່​ເກີດ​ຈາກ​ແດດ

· ຊ່ວຍ​ຫຼຸດ​ຮອຍ​ແຜ​ເປັນ​ໃຫ້​ຈາງ​ລົງ

· ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຜິວ, ຟື້ນ​ຟູ​ຜິວ​ທີ່​ແຫ້ງ​ກ້ານ ໃຫ້​ກັບ​ມາ​ຊຸ່ມ​ຊື່ນ

· ເຮັດ​ໃຫ້​ຜິວ​ພັນ​ກະ​ຈ່າງ​ໃສ ແລະຮຽບ​ນຽນ​ຢ່າງ​ເປັນ​ທຳ​ມະ​ຊາດ

· ຊ່ວຍ​ຫຼຸດ​ຈຸດ​ດ່າງ​ດຳ​ຕ່າງໆ ເຊັ່ນ: ຝ້າ-ກະ

· ສາ​ມາດ​ໃຊ້​ເຊັດ​ລ້າງ​ທຳ​ຄວາມ​ສະ​ອາດ​ໃບ​ໜ້າ ລວມ​ໄປ​ເຖິງ​ໃຊ້​ເຮັດ​ຄວາມ​ສະ​ອາດ​ເຄື່ອງ​ສຳ​ອາງ

· ຊ່ວຍ​ຫຼຸດ​ການ​ອັກ​ເສບ​ຂອງ​ຜິວ​ໜັງ ແລະ​ບັນ​ເທົາ​ອາ​ການ​ຜື່ນ​ຄັນ

· ໃຊ້​ໃນ​ການ​ໝັກ​ບຳ​ລຸງ​ຜົມ ເພື່ອ​ໃຫ້​ຜົມ​ນຸ້ມ ແລະ​ເງົາ​ງ​າມ

· ໃຊ້​ນວດ​ສີ​ສະ​ເພື່ອ​ຊ່ວຍ​ກະ​ຕຸ້ນ​ການງອກ​ຂອງ​ເສັ້ນ​ຜົມ


ນ້ຳ​ມັນ​ອະ​ໂວ​ຄາ​ໂດ​ສາ​ມາດ​ໃຊ້​ໄດ້​ທົ່ວ​ຮ່າງ​ກາຍ ທັງ​ຜິວ​ໜ້າ​, ຜິວ​ກາຍ ແລະ​ບຳ​ລຸງ​ເສັ້ນ​ຜົມ ໂດຍ​ນຳ​ມາ​ທາ​ທີ່​ຜິວ​ໄດ້​ໂດຍ​ຕົງ ຫຼື​ສາ​ມາດ​ປະ​ສົມ​ກັບ​ເຄື່ອງ​ສຳ​ອາງ​ທີ່​ມີ​ຢູ່ ເຊັ່ນ: ປະ​ສົມ​ກັບ​ໂລ​ຊັນ​ໃຊ້​ທາ​ບຳ​ລຸງ​ຜິວ ຫຼື​ຈະ​ປະ​ສົມ​ກັບ​ນ້ຳ​ມັນ​ຫອມ​ລະ​ເຫີຍ ໃນ​ອັດ​ຕາ​ສ່ວນ 1:1 ເພື່ອນວດ​ຜ່ອນ​ຄາຍ.


ນອກ​ຈາກ​ນີ້; ນ້ຳ​ມັນ​ອະ​ໂວ​ຄາ​ໂດ​ຍັງ​ຈັດ​ເປັນ​ນ້ຳ​ມັນ​ຕົວ​ນຳ​ພາ ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ການ​ນຳ​ເອົາ​ສານ​ອື່ນໆ​ເຂົ້າ​ສູ່​ຜິວ ແລະ​ຫາກ​ນຳ​ມາ​ປະ​ສົມ​ກັບ​ນ້ຳ​ມັນ​ຫອມ​ລະ​ເຫີຍ ແມ່ນ​ຈະ​ຊ່ວຍ​ນຳ​ຄຸນ​ປະ​ໂຫຍດ​ຈາກ​ນ້ຳ​ມັນ​ຫອມ​ລະ​ເຫີຍ​ໃຫ້​ຊຶມ​ເຂົ້າ​ສູ່​ຜິວ​ໄດ້​ງ່າຍ ແລະ​ບໍ່​ລະ​ຄາຍ​ເຄືອງ.


ສັບ​ພະ​ຄຸນ​ຂອງ​ນ້ຳ​ມັນ​ອະ​ໂວ​ຄາ​ໂດ​ແມ່ນ​ອຸ​ດົມ​ໄປ​ດ້ວຍ​ວິ​ຕາ​ມິນ A, D, E ເຊິ່ງ​ເປັນ​ສານ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ຫຼະ ແລະ​ຍັງ​ມີ​ໂປຼ​ຕີນ​ເລ​ຊິ​ຕິນ, ເບ​ຕ້າ​ແຄ​ໂຣ​ທີນ ແລະ​ກົດ​ໄຂ​ມັນ​ທີ່ບໍ່​ອິ່ມ​ໂຕ​ທີ່​ຈຳ​ເປັນ, ເໝາະ​ສຳ​ລັບ​ທຸກ​ຜິວ ໂດຍ​ສະ​ເພາະ​ຜິວ​ແຫ້ງ ແລະ​ຜິວ​ທີ່​ຂາດ​ຄວາມ​ຢືດ​ຢຸ່ນ, ໃຫ້​ຄວາມ​ຊຸ່ມ​ຊື່ນ​ຫຼ​າຍ, ຊ່ວຍ​ບັນ​ເທົາ​ໂຣກ​ຜິວ​ໜັງ, ຜິວ​ທີ່​ແກ່​ກ່ອນ​ໄວ, ຫຼຸດ​ຈຸດ​ດ່າງ​ດຳ, ຮອຍ​ແຜ​ເປັນ, ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື່ນ, ຟື້ນ​ຟູ​ສະ​ພາບ​ຜິວ ແລະ​ສາ​ມາດ​ເພີ່ມ​ຄໍ​ລາ​ເຈນ​ໃຫ້​ກັບ​ຜິວ​ອີກ​ດ້ວຍ.


ການ​ນຳ​ໃຊ້​ນ້ຳ​ມັນ​ອະ​ໂວ​ຄາ​ໂດທີ່​ປະ​ສົມ​ກັບ​ນ້ຳ​ມັນ​ຫອມ​ລະ​ເຫີຍເພື່ອ​ເຮັດ​ນ້ຳ​ມັນ​ນວດ, ອັດ​ຕາ​ສ່ວນ​ຂອງ​ນ້ຳ​ມັນ​ອະ​ໂວ​ຄາ​ໂດ 1 ບ່ວງ​ນ້ອຍ ຕໍ້​ນ້ຳ​ມັນ​ຫອມ​ລະ​ເຫີຍ 1 ຢົດ, ເໝາະ​ກັບ​ຮ້ານ​ສະ​ປາ ເພື່ອ​ເຮັດ​ການ​ບຳ​ລຸງ​ຮັກ​ສາ​ຜິວ, ສ່ວນ​ໃຫຍ່​ເປັນ​ສ່ວນ​ປະ​ສົມ​ໃນ​ສະ​ບູ, ໂລ​ຊັນ​ທາ​ຜິວ ຫຼື ເປັນ​ສ່ວນ​ປະ​ສົມ​ເຄື່ອງ​ສຳ​ອາງ​ຕ່າງໆ ແລະ​ຍັງ​ໃຊ້​ໝັກ​ຜົມ​ອີກ​ດ້ວຍ.


ສິນ​ຄ້າ: ນ້ຳ​ມັນ​ອະ​ໂວ​ຄາ​ໂດ

ປະ​ລິ​ມານ: 1 ກິ​ໂລກຼາມ

ລາ​ຄາ: 553,000 ກີບ

Comments


bottom of page