ສັບພະຄຸນຂອງໝາກຮຸ່ງສາ (Castor Oil)
- KEZ Solutions
- Jul 25, 2020
- 1 min read
Updated: Jul 31, 2020
ການປູກຕົ້ນໝາກຮຸ່ງສາອ້ອມສວນ ຫຼືນາ ແມ່ນສາມາດຊ່ວຍປ້ອງກັນສັດຕູພືດໄດ້ ເຊັ່ນ: ແມງໄມ້, ປວກ, ໜູ ແລະຂີ້ກະເດືອນຝອຍ, ຫຼືອາດປູກເປັນພືດໝຸນວຽນຢູ່ຕາມໄຮ່ນາໄດ້ ໃນການຊ່ວຍປ້ອງກັນການແຜ່ລະບາດຂອງຂີ້ກະເດືອນຝອຍໄດ້.
ລຳດັບຕົ້ນຂອງໝາກຮຸ່ງສາ ແມ່ນສາມາດນຳມາໃຊ້ໃນການເຮັດເສັ້ນໃຍເຈ້ຍໄດ້
ກາກຂອງເມັດໝາກຮຸ່ງສາ ແມ່ນເຕັມໄປດ້ວຍທາດ N, P, K ແມ່ນສາມາດນຳມາເຮັດເປັນປຸ໋ຍອິນຊີໄດ້ ແຕ່ບໍ່ເໝາະກັບການນຳມາລ້ຽງສັດໄດ້.

ການເອົາເມັດໝາກຮຸ່ງສາມາສະກັດໂດຍທີ່ບໍ່ໃຊ້ຄວາມຮ້ອນ (ຫາກໃຊ້ຄວາມຮ້ອນຈະໄດ້ໂປຼຕີນທີ່ມີພິດຮ້າຍແຮງຄື ໄຣຊິນ) ຈະໄດ້ນ້ຳມັນໝາກຮຸ່ງສາ ທີ່ມີສານສຳຄັນຄື ກົດຣິຊິໂນເລອິກ 85-95% ໃຊ້ຮັກສາໂຣກປະສາດເຊື່ອມແຂງ, ໂຣກປາກິນຊັນ, ຂໍ້ອັກເສບ ແລະແກ້ອາການຜົມຫຼົ່ນໄດ້. ນອກຈາກນີ້; ນ້ຳມັນໝາກຮຸ່ງສາຍັງໃຊ້ເປັນຢາຮັກສາລະບົບຂັບຖ່າຍແບບອ່ອນ ແລະໃຊ້ໃນອຸດສາຫະກຳເຄມີ ແລະລົດຍົນ.
ສັບພະຄຸນຫຼັກຂອງໝາກຮຸ່ງສາ:
ນ້ຳມັນໝາກຮຸ່ງສາ ມີກົດຣິຊິໂນເລອິກ ທີ່ມີກົດເປັນຢາຂັບຖ່າຍ ໂດຍມັກໃຊ້ໃນປະລິມານ 15-60 ມິລີລິດ, ກ່ອນການຜ່າຕັດ ຫຼື ການສາຍຣັງສີບໍລິເວນທະວານໜັກ ຫຼື ສ່ວນປາຍຂອງລຳໃສ້ໃຫຍ່.
ປະໂຫຍດຂອງນ້ຳມັນໝາກຮຸ່ງສາທີ່ສະກັດຈາກເມັດ ແມ່ນມີກົດໄຂມັນທີ່ມີສັບພະຄຸນໃນຕົວສູງ, ບໍ່ສາມາດນຳມາໃຊ້ແທນນ້ຳພືດຊະນິດອື່ນໄດ້ ໂດຍຈະນິຍົມນຳມາໃຊ້ໃນອຸດສາຫະກຳການຜະລິດເຣຊິນ, ນ້ຳມັນຫຼໍ່ລື່ນ, ນ້ຳມັນເບຼກລົດຍົນ, ຈະຣະບີ, ນ້ຳມັນຂັດເງົາ, ນ້ຳຢາຮັກສາໜັງ, ນ້ຳມັນປະສົມສີ, ມຶກພິມ, ເຮັດສີທາບ້ານ, ສີໂປ້ລົດ, ຂີ້ເຜິ້ງທຽມ, ປາລາສະຕິກ, ເສັ້ນໃຍທຽມ, ໜັງທຽມ, ສະນວນໄຟຟ້າ, ສະກີ, ລໍ້ເຄື່ອງບິນ ແລະຍັງໃຊ້ເປັນອາຫານສັດໄດ້ອີກດ້ວຍ.
ສ່ວນນ້ຳມັນໝາກຮຸ່ງສາທີ່ຜ່ານການຂະບວນການຜະລິດແບບບໍລິສຸດ ແມ່ນສາມາດນຳມາຜະລິດເປັນຢາຮັກສາໂຣກ, ຢາລະບາຍ, ສະບູ, ລິບສະຕິກເພື່ອເພີ່ມຄວາມເງົາງາມ, ເຄື່ອງສຳອາງຊະນິດຕ່າງໆ ແລະຍັງສາມາດໃຊ້ປະສົມໃນຢາສະຜົມ ເພາະວ່ານ້ຳມັນໝາກຮຸ່ງສາມີສ່ວນຊ່ວຍເລັ່ງໃຫ້ຜົມຍາວໄດ້ໄວຂື້ນ (ຖ້າໃສ່ເຂັ້ມຂຸ້ນຫຼາຍເກີນໄປຜົມກໍ່ຈະຫຼົ່ນ), ໃຊ້ເປັນສ່ວນປະສົມເຮັດເປັນນ້ຳມັນລ້າງເຄື່ອງສຳອາງໄດ້ດີ ເພາະມີສັບພະຄຸນໃນການຊ່ວຍດຶງດູດສິ່ງສົກກະປົກອອກມາຈາກຜິວໄດ້ດີຫຼາຍ, ແຕ່ຖ້າໃຊ້ຫຼາຍຈົນເກີນໄປຜິວຈະແຫ້ງ. ດັ່ງນັ້ນຈຶ່ງແນະນຳໃຫ້ໃຊ້ນ້ຳມັນໝາກຮຸ່ງສາປະສົມກັບນ້ຳມັນອື່ນໃນປະລິມານທີ່ເໝາະສົມກັບຜິວຂອງເຮົາ.
ສິນຄ້າ: ນ້ຳມັນໝາກຮຸ່ງສາ
ປະລິມານ: 1 ກິໂລກຼາມ
ລາຄາ: 99,500 ກີບ
Comments