top of page

Chamomile Essential Oil: ນ້ຳ​ມັນ​ຫອມ​ລະ​ເຫີຍບໍ​ລິ​ສຸດ ກິ່ນດດອກ​ຄາ​ໂມ​ມາຍ

Updated: Jul 31, 2020

Chamomile Essential Oil: ນ້ຳ​ມັນ​ຫອມ​ລະ​ເຫີຍບໍ​ລິ​ສຸດ ​ຈາກດອກ​ຄາ​ໂມ​ມາຍ ​ແມ່ນ​ເປັນ​ນ້ຳ​ມັນ​ຫອມ​ລະ​ເຫີຍ​ທີ່​ປອດ​ໄພ​ທີ່​ສຸດ​ຊະ​ນິດ​ນຶ່ງ ເຊິ່ງ​ມີ​ແຫຼ່ງ​ກຳ​ເນີດ​ຢູ່​ໃນ​ແຖບ​ຢູ​ໂຣບ ຈາກ​ປະ​ເທດອັງ​ກິດ​ແລະ​​ປະ​ເທດ​ຝ​ຣັ່ງ​ເສດ ທີ່​ຊ່ວຍ​ໃນ​ການ​ຜ່ອນ​ຄາຍ​ຄວາມ​ຄຽດ ຫຼື​ອາ​ການ​ທາງ​ຈິດ​ໃຈ, ປວດ​ຫົວ ຫຼື​ໄມ​ເກຼນ ໂດຍ​ນິ​ຍົມ​ໃຊ້​ກ່ອນນອນ ເຊິ່ງ​ຊ່ວຍ​ໃຫ້​ສາ​ມາດນອນ​ຫຼັບສະ​ໜິດ​ໄດ້​ເປັນ​ຢ່າງ​ດີ.


Photo from internet
ນ້ຳ​ມັນ​ຫອມ​ລະ​ເຫີຍ ຈາກດອກ​ຄາ​ໂມ​ມາຍ

ສັບ​ພະ​ຄຸນ​ຂອງ​ນ້ຳ​ມັນ​ຫອມ​ລະ​ເຫີຍ ມີ​ຄື:

  1. ມີ​ຄວາມ​ອ່ອນ​ໂຍນ​ກັບ​ຜິວ​ໜັງ, ຊ່ວຍ​ບັນ​ເທົາ​ອາ​ການ​ອັກ​ເສບ, ແພ້ ຫຼື ​ລະ​ຄາຍ​ເຄືອງ​ຜິວໜັງ, ຫຼຸດ​ຮອຍ​ຫ່ຽວ​ແຫ້ງ ແລະ​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນ​ການ​ນຳ​ໃຊ້​ກັບ​ຜະ​ລິດ​ຕະ​ພັນ​ບຳ​ລຸງ​ຜິວ​ໜ້າ, ຢາ​ສະ​ຜົມທີ່​ຊ່ວຍ​ໃຫ້​ເສັ້ນ​ຜົມ​ມີ​ຄວາມ​ເງົາ​ງາມ ແລະ​ເຂົ້າ​ກັນ​ໄດ້​ດີ​ກັບ​ນ້ຳ​ມັນ​ຫອມ​ລະ​ເຫີຍ​ລາ​ເວັນ​ເດີ​ອີກ​ດ້ວຍ.

  2. ຊ່ວຍ​ຜ່ອນ​ຄາຍ​ປະ​ສາດ​ຈາກ​ຄວາມ​ດັນ, ຄວາມ​ກັງ​ວົນ ແລະ​ຄວາມ​ຄຽດ, ປວດ​ຫົວ, ໄມ​ເກຼນ, ຫຼຸດ​ອາ​ການ​ທາງ​ປະ​ສາດ, ແກ້​ອັກ​ເສບ, ເຈັບ​ທ້ອງ, ອາ​ຫານບໍ່​ຍ່ອຍ, ສາ​ມາດ​ຮັກ​ສາ​ໂຣກ​ຜິວ​ໜັງ​ໄດ້​ ເຊັ່ນ: ສິວ, ຂັບ​ມົນ​ລະ​ພິດ, ຂ້າ​ເຊື້ອ, ບັນ​ເທົາ​ອາ​ການ​ລະ​ຄາຍ​ເຄືອງ, ການຖືກ​ແມງ​ໄມ້​ກັດ​ຕອດ ຊ່ວຍ​ບັນ​ເທົາ​ອາ​ການບວມ ແລະ​ຊ່ວຍ​ຫຼຸດ​ອາ​ການ​ຫງຸດ​ຫງິດ​ກ່ອນມີ​ປະ​ຈຳ​ເດືອນ​ໄດ້​ອີກ​ດ້ວຍ.

  3. ຊ່ວຍ​ຫຼຸດ​ສິວ​ຈາກ​ຮໍ​ໂມນ, ຊ່ວຍ​ຫຼຸດອາ​ການ​ກ່ອນ​ມີ​ປະ​ຈຳ​ເດືອນ, ຊ່ວຍ​ປັບ​ຄວາມ​ສົມ​ດຸນ ແລະ​ຜ່ອນ​ຄາຍຄວາມ​ຮູ້​ສຶກ​ຫງຸດ​ຫງິດ​ກ່ອນ​ປະ​ຈຳ​ເດືອນ​ໄດ້ ເຊັ່ນ: ປວດ​ຕົນ​ໂຕ, ອາ​ລົມ​ແປ​ປວນ, ປວດ​ຫົວ, ປວດ​ຫຼັງ.

  4. ຊ່ວຍ​ບັນ​ເທົາ​ອາ​ການນອນບໍ່​ຫຼັບ ເຮັດ​ໃຫ້​​ຮູ້​ສຶກຫຼັບ​ສະ​ບາຍ, ທາງ​ການ​ແພດ​ຄົ້ນ​ພົບ​ວ່າ ການ​ສູດ​ດົມ​ນ້ຳ​ມັນ​ຫອມ​ລະ​ເຫີຍນີ້ ແມ່ນ​ສາ​ມາດ​ສົ່ງ​ຜົນ​ທາງ​ອາ​ລົມ​ແລະ​ການນອນ ແລະ​ຫຼຸດ​ຄວາມ​ຕຶງ​ຄຽດ​ຂອງ​ຮ່າງ​ກາຍ

  5. ເປັນ​ຕົວ​ຊ່ວຍ​ບຳ​ລຸງ​ໃຫ້​ຜິວ​ລຽບ​ນຽນ, ມີ​ສຸ​ຂະ​ພາບ​ຜິວ​ທີ່​ດີ ແລະ​ຫຼຸດ​ອາ​ການ​ພູ​ມ​ແພ້ ເພາະ​ມີ​ສັບ​ພະ​ຄຸນ​ໃນ​ການ​ຕ້ານ​ການ​ອັກ​ເສບ​ແລະ​ບັນ​ເທົາ​ການ​ເກີດ​ເຊື້ອ​ແບັກ​ທີ​ເຣຍ, ຊ່ວຍ​ຮັກ​ສາ​ບາດ​ແຜເປື່ອຍ, ຮອຍ​ແຕກ​ລາຍ ແລະ​ເໝາະ​ກັບ​ຜິວ​ທີ່​ແພ້​ງ່າຍ.


ການ​ນຳ​ໃຊ້:

  • ສາ​ມາດ​ໃຊ້​ປະ​ສົມ​ກັບ​ເຄື່ອງ​ສຳ​ອາງ ເຊັ່ນ: ຄຼີມ, ​ເບ​ສໂລ​ຊັນ, ນ້ຳ​ມັນ​ນວດ​ຕົວ, ​ເບ​ສຢາ​ສະ​ຜົມ, ​ປະ​ສົມສະ​ບູ ແລະ​ໃນ​ຜະ​ລິດ​ຕະ​ພັນ​ຮັກ​ສາ​ຜິວ​ພັນ ໃນ​ອັດ​ຕາ​ສ່ວນ 0.5%-3%

  • ປະ​ສົມ​ເຮັດ​ສະ​ເປ​ປັບ​ອາ​ກາດ ໃນ​ອັດ​ຕາ​ສ່​ວນ 3%

  • ໃຊ້​ຢອດ​ໃສ່​ໃນ​ເຕົາ​ນ້ຳ​ມັນ​ຫອມ​ລະ​ເຫີຍ​ທີ່​ກະ​ຈາຍ​ກິ່ນ


ການ​ເກັບ​ຮັກ​ສາ:

  • ນ້ຳ​ມັນ​ຫອມ​ລະ​ເຫີຍ​ຊະ​ນິດນີ້ ແມ່ນບໍ່​ສາ​ມາດ​ຮັບ​ປະ​ທານ​ໄດ້

  • ໃຫ້​ເກັບ​ຮັກ​ສາ​ໄວ້​ໃນ​ບ່ອນ​ທີ່​ປອດ​ໄພ​ຈາກ​ເດັກ​ນ້ອຍ ແລະ​ສັດ​ລ້ຽງ ແລະ​ບໍ່​ໃຫ້​ຖືກ​ແສງ​ແດດ

  • ໃຫ້​ເກັບ​ຮັກ​ສາ​ໃນ​ຕູ້​ເຢັນ ເພື່ອ​ຍືດ​ອາ​ຍຸ​ການ​ໃຊ້​ງານ​ແລະ​ການ​ຮັກ​ສາ​ຄຸນ​ນະ​ພາບ


ສິນ​ຄ້າ: ນ້ຳ​ມັນ​ຫອມ​ລະ​ເຫີຍບໍ​ລິ​ສຸດ ກິ່ນດດອກ​ຄາ​ໂມ​ມາຍ

ປະ​ລິ​ມານ​: 100 ກຼາມ

ລາ​ຄາ: 1,732,500 ກີບ

Comments


bottom of page