top of page

ຄຸນ​ປະ​ໂຫຍດ​ຂອງ​ສານ​ສະ​ກັດ​ຈາກ​ເມັດ​ກາ​ເຟ​ສົດ

Updated: Jul 31, 2020

ສານ​ສະ​ກັດຈາກ​ກາ​ເຟ​ (Coffee Extract)

​ສານ​ສະ​ກັດ​ຈາກ​ເມັດ​ກາ​ເຟ​ໂດຍ​ທຳ​ມະ​ຊາດ​ທີ່ບໍ່​ຜ່ານ​ຂະ​ບວນ​ການ​ຂົ້ວ-ບົດ ແມ່ນ​ຈະ​ເປັນ​ການ​ລວມ​ຕົວ​ກັນ​ຂອງ​ກົດ​ໂຄ​ໂຣ​ຈິ​ນິກ ແລະ​ຄາ​ເຟ​ອິນ ​​ແມ່ນ​ຊ່ວຍ​ໃນ​ການ​ຫຼຸດ​ນ້ຳ​ໜັກ​ແລະ​ຫຼຸດ​ໄຂ​ມັນ​ສະ​ສົມ​ໃນ​ຮ່າງ​ກາຍ ແລະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຢຸດ​ຢັ້ງການ​ຍ່ອຍ​ແລະ​ການ​ສັງ​ເຄາະ​ນ້ຳ​ຕານ​ໃນ​ຮ່າງ​ກາຍ.


Photo from internet
ເມັດ​ກາ​ເຟ​ສົດ

ສານ​ສະ​ກັດ​ຈາກ​ເມັດ​ກາ​ເຟ​ແມ່ນ​ມີ​ສັບ​ພະ​ຄຸນ​ໃນ​ການ​ຊ່ວຍ​ຟື້ນ​ຟູ​ຄວາມ​ສົດ​ຊື່ນ​ໃຫ້​ຜິວ​ມີ​ຄວາມ​ເປັ່ງ​ປັ່ງ​ມີ​ນ້ຳ​ມີ​ນວນ, ຊ່ວຍ​ໃຫ້​ຜິວ​ກັບ​ມາ​ມີ​ຄວາມ​ຊຸ່ມ​ຊື່ນ​, ​ນຽນ​ນຸ້ມ, ມີ​ຄວາມ​ຢືດ​ຢຸ່ນ ແລະ​ເບິ່ງ​ສຸ​ຂະ​ພາບ​ດີ.


ນອກ​ຈາກນີ້, ສານ​ສະ​ກັດ​ຈາກ​ເມັດ​ກາ​ເຟ ແມ່ນ​ຍັງ​ມີ​ສັບ​ພະ​ຄຸນ​ຊ່ວຍ​ເປັນ​ສານ​ຕ້ານອ໊ອກ​ຊິ​ເດ໊ນ ແລະ​ຊ່ວຍ​ປ້ອງ​ກັນ​ເຊວ​ຜິວ​ໜັງ​ຈາກ​ຣັງ​ສີ​ຢູ​ວີ ທີ່​ເປັນ​ສາ​ເຫດ​ຂອງ​ການ​ເກີດ​ຮອຍ​ຫ່ຽວ​ກ່ອນ​ໄວ​ອີກ​ດ້ວຍ.


ປະ​ໂຫຍດ​ຂອງ​ສານ​ສະ​ກັດ​ຈາກ​ເມັດ​ກາ​ເຟ:

  1. ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຜິວ

  2. ເປັ​ນ​ສານ​ຕ້ານອ໊ອກ​ຊິ​ເດ໊ນ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ

  3. ຊ່ວຍ​ປ້ອງ​ກັນ​ອັນ​ຕະ​ລາຍ​ຈາກ​ຣັງ​ສີ​ຢູ​ວີ​ທີ່​ເປັນ​ສາ​ເຫດ​ຂອງ​ຮອຍ​ຫ່ຽວແລະ​ຜິວ​ໝອງ​ຄ້ຳ

  4. ຊ່ວຍ​ຟື້ນ​ບຳ​ລຸງ​ຜິວ​ໝອງ​ຄ້ຳ​ໃຫ້​ໃສ​ຂື້ນ

ເປັນສານ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ຫຼະ: ຖ້າ​ຫາກວ່າ​ຕ້ອງ​ການຍືດ​ອາ​ຍຸ​ຄວາມ​ແກ່​ຂອງ​ຜິວ​ພັນ ແມ່ນ​ໃຫ້​ໝັ່ນ​ບໍ​ລິ​ໂພກ​ກາ​ເຟ​ສົດ​ເປັນ​ປະ​ຈຳ ໃນ​ປະ​ລິ​ມານ​ທີ່ບໍ່​ເກີນ 1 ບ່ວງ​ນ້ອຍ, ພຽງ​ເທົ່າ​ນີ້​ທ່ານກໍ່​ຈະ​ສາ​ມາດ​ຟື້ນ​ຟູ​ສະ​ພາບ​ຜິວ​ພັນ​ໃຫ້​ໜຸ່ມ​ຂື້ນ​ໄດ້.

ເປັນ​ສານ​ຊ່ວຍ​ໃຫ້​ສະ​ໝອງ​ທຳ​ງານ​ດີ​ຂື້ນ: ສານ​ເຄ​ເຟ​ອິນ​ທີ່​ມີ​ຢູ່​ໃນ​ເມັດ​ກາ​ເຟ ແມ່ນ​ຈະ​ຊ່ວຍ​ໃຫ້​ລະ​ບົບ​ການ​ເຮັດ​ວຽກ​ຂອງ​ສະ​ໝອງນັ້ນ​ດີ​ຂື້ນ, ກະ​ຕຸ້ນ​ການ​ໄຫຼວຽນ​ຂອງ​ໂລ​ຫິດ​ໃນ​ສະ​ໝອງ​ໄດ້​ຫຼາຍ​ຂື້ນ​ອີກ​ດ້ວຍ. ເພາະ​ສະ​ນັ້ນ, ຜູ້​ທີ່​ມັກ​ດື່ມ​ກາ​ເຟ​ສົດ​ເປັນ​ປະ​ຈຳ ແມ່ນ​ສາ​ມາດ​ມີ​ສະ​ມາ​ທິ​ໃນ​ການ​ເຮັດ​ວຽກ​ໄດ້​ຫຼາຍກວ່າ​ບຸກ​ຄົນ​ທີ່ບໍ່​ດື່ມ​ກາ​ເຟ​ທົ່ວ​ໄປ ໂດຍ​ສະ​ເພາະ​ຄວາມ​ຫອມ​ຂອງ​ກາ​ເຟ ແມ່ນ​ມີ​ສ່ວນ​ຊ່ວຍ​ໃນ​ການ​ຕື່ນ​ຕົວ​ຂອງ​ສະ​ໝອງ​ເຮົາ.

ມີ​ສານ​ຊ່ວຍ​ຫຼຸດ​ອາ​ການ​ອ່ອນ​ແຮງ​ຈາກ​ການ​ອອກ​ກຳ​ລັງ​ກາຍ: ຖ້າ​ຫາກວ່າ​ທ່ານ​ເມື່ອຍ​ຈາກ​ການ​ອອກ​ກຳ​ລັງ​ກາຍ, ສານ​ສະ​ກັດ​ຈາກ​ເມັດ​ກາ​ເຟ​ສົດ ແມ່ນ​ຈະ​ຊ່ວຍ​ຄືນ​ຄວາມ​ສົດ​ຊື່ນ​ໃຫ້​ກັບ​ຮ່າງ​ກາຍ​ຂອງ​ເຮົາ​ໄດ້​ເປັນ​ຢ່າງ​ດີ ມີ​ສານ​ຊ່ວຍ​ກະ​ຕຸ້ນ​ການ​ເຮັດ​ວຽກ​ຂອງ​ກ້າມ​ເນື້ອ ແລະ​ເຮັດ​ໜ້າ​ທີ່​ໃນ​ການ​ສະ​ຫຼາຍ​ໄຂ​ມັນ​ອີກ​ດ້ວຍ. ດັ່ງ​ນັ້ນ​, ສານ​ສະ​ກັດ​ດັ່ງ​ກ່າວ​ແມ່ນ​ມີ​ສ່ວນ​ຊ່ວຍ​ໃຫ້​ສາ​ມາດ​ອອກ​ກຳ​ລັງ​ກາຍ​ແລະ​ອອກ​ແຮງ​ງານ​ໄດ້​ຫຼາຍ​ຂື້ນ.


​ສິນ​ຄ້າ: ສານ​ສະ​ກັດ​ກາ​ເຟ

ປະ​ລິ​ມານ: 1 ກິ​ໂລກຼາມ

ລາ​ຄາ: 935,000 ກີບ

ความคิดเห็น


bottom of page