top of page

ສັບ​ພະ​ຄຸນ​ຂອງນ້ຳມັນໝາກພ້າວສະກັດເຢັນ (Cold pressed coconut oil)

Updated: Jul 31, 2020

ນ້ຳ​ມັນ​ໝາກ​ພ້າວ​ສະ​ກັດ​ເຢັນ (Cold Pressed Coconut Oil)


ນ້ຳ​ມັນ​ໝາກ​ພ້າວ​ປະ​ກອບ​ດ້ວຍ​ກົດ​ໄຂ​ມັນ​ອິ່ມ​ຕົວ 92% ​ເວ​ລາ​ທີ່​ຮ່າງ​ກາຍ​ໄດ້​ຮັບ​ໄຂ​ມັນ​ແລະ​ຜ່ານ​ການ​ຍ່ອຍ​ສະ​ຫຼາຍ ແມ່ນ​ຈະ​ໄດ້​ຮັບ​ສານ​ອາ​ຫານ​ທີ່​ເອີ້ນ​ວ່າ ກົດ​ໄຂ​ມັນ​ຊະ​ນິດ​ອິ່ມ​ຕົວ ທີ່​ໝາຍ​ເຖິງ​ກົດ​ໄຂ​ມັນ​ທີ່​ມີ​ໂຄງ​ສ້າງ​ທາງ​ເຄ​ມີ​ອິ່ມ​ຕົວ​ແລ້ວ​ຈຶ່ງບໍ່​ເຫຼືອ​ບ່ອນ​ຫວ່າງ​ໃຫ້​ຈັບ​ກັບ​ອົກ​ຊີ​ເຈນ ແລະ​ບໍ່​ກໍ່​ໃຫ້​ເກີດ​ອະ​ນຸ​ມູນ​ອິດ​ສະ​ຫຼະ​ໃນ​ຮ່າງ​ກາຍ.


ນ້ຳ​ມັນ​ໝາກ​ພ້າວ​ເປັນ​ກົດ​ໄຂ​ມັນ​ຂະ​ໜາດ​ກາງ​ທີ່​ຮ່າງ​ກາຍ​ສາ​ມາດ​ຍ່ອຍ​ໄດ້​ງ່າຍ ແລະ​ປ່ຽນ​ເປັນ​ພະ​ລັງ​ງານ​ໄດ້​ທັນ​ທີ. ນ້ຳ​ມັນ​ໝາກ​ພ້າວ​ສະ​ກັດ​ເຢັນ​ເປັນ​ຂະ​ບວນ​ການ​ທີ່ບໍ່​ໃຊ້​ສານ​ເຄ​ມີ ຈຶ່ງ​ມີ​ຄຸນ​ຄ່າ​ທາງ​ອາ​ຫານ​ຄົບ​ຖ້ວນ, ບໍ່​ສູນ​ເສຍ​ຄຸນ​ຄ່າ​ໃນ​ການ​ແປ​ຮູບ ເພາະ​ສະ​ນັ້ນ​ຈຶ່ງ​ບໍ​ລິ​ໂພກ​ໄດ້​ຢ່າງ​ປອດ​ໄພ ແລະ​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ.


Photo from internet
​ນ້ຳ​ມັນ​ໝາກ​ພ້າວ (​ປະ​ເພດ​ບໍ​ລິ​ໂພກ)

ສັບ​ພະ​ຄຸນ​ຫຼັກ​ຂອງ​ນ້ຳ​ມັນ​ໝາກ​ພ້າວ:

  • ກິນ​ແລ້ວບໍ່​ຕຸ້ຍ: ນ້ຳ​ມັນ​ໝາກ​ພ້າວ​ໃຫ້​ພະ​ລັງ​ງານ​ໜ້ອຍກວ່າ​ນ້ຳ​ມັນ​ຊະ​ນິດ​ອື່ນ 8.6 ກິ​ໂລ​ແຄ​ລໍ​ລີ​ ຕໍ່​ກຼາມ, ເຊິ່ງ​ນ້ຳ​ມັນ​ຊະ​ນິດ​ອື່ນ​ໃຫ້​ພະ​ລັງ​ງານ​ເຖິງ 9 ກິ​ໂລ​ແຄ​ລໍ​ລີ ຕໍ່​ກຼາມ, ມີ​ກົດ​ໄຂ​ມັນ​ອິ່ມ​ຕົວ​ທີ່ບໍ່​ເຮັດ​ໃຫ້​ເກີດ​ສານ​ອະ​ນຸ​ມູນ​ອິດ​ສະ​ຫຼະ ແລະ​ໄຂ​ມັນ​ທ​ຣານ. ນ້ຳ​ມັນ​ໝາກ​ພ້າວ​ຊ່ວຍ​ເພີ່ມ​ອັດ​ຕາ​ເມ​ຕາ​ບໍ​ລິ​ ຊຶມ​ດົນ​ຮອດ 24 ຊົ່ວ​ໂມງ, ເຮັດ​ໃຫ້​ອາ​ຫານ​ຫຼື​ປະ​ລິ​ມານ​ແຄ​ລໍ​ລີ​ຖືກ​ນຳ​ໄປ​ເຜົາ​ຜານ​ຫຼາຍ​ຂື້ນ ແລະ​ບໍ່​ເຫຼືອ​ເປັນ​ແຄ​ລໍ​ລີ​ສ່ວນ​ເກີນ​ທີ່​ສະ​ສົມ​ເປັນ​ໄຂ​ມັນ​ສ່ວນ​ເກີນ.

  • ກະ​ຕຸ້ນ​ການ​ຂັບ​ຖ່າຍ: ນ້ຳ​ມັນ​ໝາກ​ພ້າວ​ມີ​ກົດ​ໄຂ​ມັນ​ອິ່ມ​ຕົວ​ປານ​ກາງ ແລະ​ມີ​ສັບ​ພະ​ຄຸນ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ​ຂອງ​ລຳ​ໃສ້​ໃຫຍ່ທີ່​ຊ່ວຍ​ກະ​ຕຸ້ນ​ການ​ຂັບ​ຖ່າຍ. ສຳ​ລັບ​ຄົນ​ທີ່​ກິນ​ນ້ຳ​ມັນ​ໝາກ​ພ້າວ​ໃນ​ໄລ​ຍະ​ແລກ​ອາດ​ມີ​ອາ​ການ​ຖອກ​ທ້ອງ ແມ່ນ​ຖື​ວ່າ​ເປັນ​ເລື່ອງ​ປົກ​ກະ​ຕິ, ແຕ່​ຖ້າ​ຫາກວ່າ​ກິນ​ໄປ​ໄດ້​ໄລ​ຍະ​ນຶ່ງ​ແລ້ວຍັງ​ຖອກ​ທ້ອງ​ຢູ່ ແມ່ນ​ຄວນ​ຢຸດ​ກິນ ເພາະ​ວ່າ​ນ້ຳ​ມັນ​ໝາກ​ພ້າວ​ອາດບໍ່​ເໝາະ​ສົມ​ກັບ​ທາດ​ໃນ​ຮ່າງ​ກາຍ.

  • ບຳ​ລຸງ​ກຳ​ລັງ: ນ້ຳ​ມັນ​ໝາກ​ພ້າວ​ແມ່ນ​ກິນ​ແລ້ວ​ຍ່ອຍ​ງ່າຍ, ຮ່າງ​ກາຍ​ດູດ​ຊຶມ​ໄປ​ໃຊ້​ໃນ​ຂະ​ບວນ​ການ​ເຜົາ​ຜານ​ໄດ້​ທັ​ນ​ທີ ແລະ​ເວ​ລາ​ກິນ​ແລ້ວ​ແມ່ນ​ອິ່ມ​ດົນ ເຮັດ​ໃຫ້​ຮ່າງ​ກາຍ​ມີ​ພະ​ລັງ​ງານ​ເພີ່ມ​ຂື້ນ​ໂດຍ​ທຳ​ມະ​ຊາດ, ບໍ່​ເຮັດ​ໃຫ້​ເກີດ​ຜົນ​ຂ້າງ​ຄຽງ​ໃດໆ. ເພາະ​ສະ​ນັ້ນ; ນ້ຳມັນ​ໝາກ​ພ້າວ​ຈຶ່ງ​ຖືກ​ນຳ​ໄປ​ບຳ​ລຸງກຳ​ລັງ​ໃຫ້​ແກ່​ນັກ​ກິ​ລາ ໃນ​ຮູບ​ແບບ​ຊົງ​ດື່ມ ແລະ​ແບບ​ແທ່ງ ລວມ​ທັງ​ເປັນ​ອາ​ຫານ​ເສີມ​ສຳ​ລັບ​ຜູ້​ສູງ​ອາ​ຍຸ​ອີກ​ດ້ວຍ.

  • ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ເປັນ​ໂຣກ​ກຸ່ມ​ເສື່ອມ: ນ້ຳ​ມັນ​ໝາກ​ພ້າວ​ມີ​ສັບ​ພະ​ຄຸນ​ຊ່ວຍ​ຫຼຸດ​ຄໍ​ເລ​ສ​ໂຕຼ​ລໍ​ແບບ​ແຫຼວ (LDL) ແລະ​ຊ່ວຍ​ເພີ່ມ​ຄໍ​ເລ​ສ​ໂຕຼ​ລໍ​ຊະ​ນິດ​ດີ (HDL) ເຊິ່ງ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ເປັນ​ໂຣກ​ກຸ່ມ​ເສື່ອມ​ຕ່າງໆ ເຊັ່ນ: ໂຣກ​ເບົາ​ຫວານ, ຄວາມ​ດັນ​ເລືອດ​ສູງ, ໂຣກ​ຕຸ້ຍ, ໂຣກ​ຫົວ​ໃຈ, ໂຣກ​ຕັບ ແລະ​ໂຣກ​ໄຕ.

  • ບຳ​ລຸງ​ກະ​ດູກ: ສານ​ອາ​ຫານ​ໃນ​ນ້ຳ​ມັນ​ໝາກ​ພ້າວ​ແມ່ນ​ອຸ​ດົມ​ໄປ​ດ້ວຍ​ແຮ່​ທາດ​ທີ່​ຈຳ​ເປັນ​ຕໍ່​ຄວາມ​ແຂງ​ແຮງ​ຂອງ​ກະ​ດູກ ໄດ້​ແກ່ ແຄ​ຊຽມ ແລະ​ແມັກ​ນິ​ຊຽມ ໃນ​ການ​ຊ່ວຍ​ເສີມ​ສ້າງ​ມູນ​ກະ​ດູກບໍ່​ໃຫ້​ຜ່ອຍ ຫຼື ແຕກ​ຫັກ​ງ່າຍ.

  • ບຳ​ລຸງ​ການ​ຖື​ພາ: ນ້ຳ​ມັນ​ໝາກ​ພ້າວ​ຖື​ວ່າ​ເປັນ​ສານ​ອາ​ຫານ​ທີ່​ດີ​ຕໍ່​ແມ່​ແລະ​ລູກ​ໃນ​ທ້ອງ. ໂດຍ​ສະ​ເພາະ​ແມ່ນ​ຖ້າ​ຫາກວ່າ ແມ່​ຖື​ພາ​ທີ່​ກິນ​ນ້ຳ​ມັນ​ໝາກ​ພ້າວ​ ແມ່ນ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ທີ່​ຢູ່​ໃນ​ທ້ອງ​ມີ​ພູມ​ຄຸ້ມ​ກັນ​ທີ່​ດີ ແລະ​ເປັນ​ການ​ເພີ່ມ​ຄຸນ​ຄ່າ​ຂອງ​ນ້ຳ​ນົມ​ແມ່​ອີກ​ດ້ວຍ. ນ້ຳ​ມັນ​ໝາກ​ພ້າວ​ແມ່ນ​ອຸ​ດົມ​ໄປ​ດ້ວຍ​ກົດ​ລໍ​ຣິກ ເປັນ​ເປັນ​ກົດ​ໄຂ​ມັນ​ທີ່​ພົບ​ໄດ້​ໃນ​ນ້ຳ​ນົມ​ແມ່ ແລະ​ຍັງ​ມີແຮ່​ທາດ​ແຄຼ​ຊຽມ ແລະ​ແມັກ​ນິ​ຊຽມ ທີ່​ຈະ​ຊ່ວຍ​ເສີມ​ສ້າງ​ກະ​ດູກ ແລະ​ແຂ້ວ​ໃຫ້​ແຂງ​ແຮງ ລວມ​ທັງ​ປ້ອງ​ກັນ​ພາ​ວະ​ກະ​ດູກ​ຜ່ອຍ ຫຼື​ການ​ສູນ​ເສຍ​ແຄຼ​ຊຽມ​ຂອງ​ແມ່​ໃນ​ຊ່ວງ​ຖື​ພາ

  • ຊ່ວຍ​ໃຫ້​ການນອນ​ຫຼັບ​ດີ​ຂື້ນ: ໃນ​ນ້ຳ​ມັນ​ໝາກ​ພ້າວ​ທີ່​ອຸ​ດົມ​ໄປ​ດ້ວຍ​ກົດ​ລໍ​ຣິກ, ກົດ​ຄາ​ປ​ຣິກ ແລະ​ກົດ​ຄາ​ປິລິກ ທີ່​ມີ​​ສັບພະ​ຄຸນ​ຊ່ວຍ​ໃນ​ການຜ່ອນ​ຄາຍ, ການ​ບໍ​ລິ​ໂພກ​ນ້ຳ​ມັນ​ໝາກ​ພ້າວ​ຕິດ​ຕໍ່​ກັນ​ທຸກວັນ​ໃນ​ປະ​ລິ​ມານ​ພຽງ​ເລັກ​ນ້ອຍ ​ແມ່ນຈະ​ຊ່ວຍ​ໃຫ້​ຫຼັບ​ສະ​ໜິດ​ຂື້ນ ແລະ​ຍັງ​ຊ່ວຍ​ບັນ​ເທົາ​ອາ​ການ​ອ່ອນ​ເພຍ​ເລື້ອ​ລັງ, ຊ່ວຍ​ຫຼຸດ​ຄວາມ​ຄຽດ ແລະ​ອາ​ການ​ອ່ອນ​ເພຍ​ໄດ້.

  • ຫຼຸດ​ອາ​ການ​ອັກ​ເສບ​ແລະ​ຕິດ​ເຊື້ອ: ນ້ຳ​ມັນ​ໝາກ​ພ້າວ​ສາ​ມາດ​ຊ່ວຍ​ບັນ​ເທົາ​ອາ​ການ​ເຈັບ​ປ່ວຍ​ຕ່າງໆ ທີ່​ເກີດ​ຈາກ​ການ​ຕິດ​ເຊື້ອ​ໄດ້ ເພາະ​ວ່າ​ກົດ​ລໍ​ຣິກ​ໃນ​ນ້ຳ​ມັນ​ໝາກ​ພ້າວ​ແມ່ນ​ຈະ​ຖືກ​ປ່ຽນ​ເປັນ​ສານ​ມໍ​ໂນ​ລໍ​ຣິນ ທີ່​ມີ​ສັບ​ພະ​ຄຸນ​ໃນ​ການ​ສ້າງ​ພູມ​ຄຸ້ມ​ກັນ ແລະ​ສາ​ມາດ​ຂ້າ​ເຊື້ອ​ແບັກ​ທີ​ເຣຍ ເຊິ່ງ​ເປັນ​ຢາ​ຕ້ານ​ເຊື້ອ ແລະ​ເປັນ​ຢາ​ທຳ​ມະ​ຊາດ ທີ່​ຊ່ວຍ​ບັນ​ເທົາ​ອາ​ການ​ເຈັບ​ປ່ວຍ​ຈາກ​ການ​ຕິດ​ເຊື້ອ​ຕ່າງໆ ເຊັ່ນ: ເຊື້ອ​ໄຂ້​ຫວັດ​ໃຫຍ່, ເຣີມ, ຄາງ​ທູມ, ເຈັບ​ຄໍ ເຫຼົ່າ​ນີ້​ເປັນ​ຕົ້ນ.

  • ບຳ​ລຸງ​ສຸ​ຂະ​ພາບ​ໃນ​ຊ່ອງ​ປາກ: ນ້ຳ​ມັນ​ໝາກ​ພ້າວ​ແມ່ນ​ມີ​ສັບ​ພະ​ຄຸນ​ທີ່​ຫຼຸດ​ການ​ສະ​ສົມ​ຂອງ​ແບັກ​ທີ​ເຣຍ​ໃນ​ຊ່ອງ​ປາກ ທີ່​ເປັນ​ສາ​ເຫດ​ເຮັດ​ໃຫ້​ເກີດ​ຄາບ​ທີ່​ຈະ​ນຳ​ໄປ​ສູ່​ບັນ​ຫາ​ຕ່າງໆ​ພາຍ​ໃນ​ຊ່ອງ​ປາກ ເຊັ່ນ: ເຫງືອກ​ອັກ​ເສບ, ເຫງືອກ​ຊ້ຳ, ບວມ, ແດງ ຫຼື​ເລືອດ​ອອກ​ຕາມ​ເຟັນ​ແຂ້ວ ລວມ​ເຖິງ​ການ​ຕິດ​ເຊື້ອ​ບໍ​ລິ​ເວນ​ລຳ​ຄໍ ຄື​ເອົາ​ນ້ຳ​ມັນ​ໝາກ​ພ້າວ​ອົມ​ບ້ວນ​ປາກ ເທື່ອ​ລະ 1-2 ບ່ວງ​ແກງ ວັນ​ລະ 1 ຄັ້ງ.

  • ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ໂຣກ​ມະ​ເລັງ: ນ້ຳ​ມັນ​ໝາກ​ພ້າວ​ມີ​ກົດ​ໄຂ​ມັນ​ອິ່ມ​ຕົວ​ສູງ​ຮອດ​ຮ້ອຍ​ລະ 92 ທີ່​ຊ່ວຍ​ເສີມ​ສ້າງ​ພູມ​ຄຸ້ມ​ກັນ​ໃຫ້​ຮ່າງ​ກາຍ ແລະ​ຍັງ​ມີ​ວິ​ຕາ​ມິນ​ໃບ​ໂອ ທີ່​ມີ​ສັບ​ພະ​ຄຸນ​ເປັນ​ສານ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ຫຼະ ທີ່​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ເປັນ​ໂຣກ​ມະ​ເລັງ ເຊັ່ນ: ມະ​ເລັງ​ລຳ​ໃສ້, ມະ​ເລັງ​ເຕົ້າ​ນົມ, ມະ​ເລັງ​ຕັບ ແລະ​ມະ​ເລັງ​ຜິວ​ໜັງ.

ນອກ​ຈາກ​ນ້ຳ​ມັນ​ໝາກ​ພ້າວ​ຈະ​ສາ​ມາດ​ບຳ​ບັດ​ຮັກ​ສາ​ອາ​ການ​ເຈັບ​ປ່ວຍ, ເສີມ​ສ້າງ​ສຸ​ຂະ​ພາບ​ຮ່າງ​ກາຍ ແລະເສີມ​ຄວາມ​ງາມ, ນ້ຳ​ມັນ​ໝາກ​ພ້າວ​ຍັງ​ສາ​ມາດ​ຮັກ​ສາ​ໂຣກ​ຕ່າງໆ​ໄດ້​ອີກ​ດ້ວຍ.


ປະ​ໂຫຍດ​ຂອງ​ການ​ກິນ​ນ້ຳ​ມັນ​ໝາກ​ພ້າວ​ສະ​ກັດ​ເຢັນ​ເປັນ​ປະ​ຈຳ ແມ່ນ​ມີ​ດັ່ງ​ນີ້:

1. ຊ່ວຍ​ຫຼຸດ​ຄໍ​ເລດ​ເຕີ​ຣໍ ທີ່​ເຮັດ​ໃຫ້​ຫົວ​ໃຈ​ແຂງ​ແຮງ, ປ້ອງ​ກັນ​ໂຣກ​ຫົວ​ໃຈ, ຄວາມ​ດັນ, ເບົາ​ຫວານ ແລະ​ມະ​ເຮັງ

2. ຊ່ວຍ​ເລັ່ງ​ກ​ານ​ເຜົາ​ຜານ ແລະ​ປ້ອງ​ກັນ​ການ​ສະ​ສົມ​ໄຂ​ມັນ

3. ຊ່ວຍ​ຫຼຸດ​ນ້ຳ​ໜັກ​ສຳ​ລັບ​ຄົນ​ອ້ວນ ແລະ​ເພີ່ມ​ກຳ​ລັງ​ວັງ​ຊາ​ໃຫ້​ກັບ​ຜູ້​ທີ່​ຈ່ອຍ​ແຫ້ງ, ອ່ອນ​ເພຍ ແລະ​ເພີ່ມ​ແຮງ​ໃຫ້​ແກ່​ນັກ​ກິ​ລາ.

4. ບໍ່​ປ່ຽນ​ເປັນ​ໄຂ​ມັນ​ທ​ຣານ ໃນ​ເວ​ລາ​ຖືກ​ຄວາມ​ຮ້ອນ​ຈຶ່ງກໍ່​ໃຫ້​ເກີດ​ສານກໍ່​ມະ​ເຮັງ, ປອດ​ໄພ​ສຳ​ລັບ​ການ​ເອົາ​ມາ​ທອດ​ອາ​ຫານ​ໄດ້​ຫຼາຍ​ຄັ້ງ.

5. ມີ​ສານ​ໂມ​ໂນ​ໂລ​ຣິນ ເຊິ່ງ​ເປັນ​ຢາ​ຕ້ານ​ເຊື້ອ​ທີ່​ເຮັດ​ໃຫ້​ທຳ​ລາຍ​ເຊື້ອ​ໂຣກ​ໄດ້​ຫຼາຍ​ຊະ​ນິດ ເຊັ່ນ: ເຊື້ອ​ຣາ ແລະ​ເຊື້ອ​ແບັກ​ທີ​ເຣຍ, ເຊື້ອ​ໄວ​ຣັດ​ແລະ​ພະ​ຍາດ​ໄດ້​ດີກວ່າ​ຢາ​​ຕ້ານ​ເຊື້ອ​ທີ່​ໃຊ້​ກັນ​ຢູ່​ປະ​ຈຸບັນ.

6. ຊ່ວຍ​ຍ່ອຍ​ງ່າຍ, ເໝາະ​ແກ່​ຜູ້​ປ່ວຍ​ໂຣກ​ຖົງ​ນ້ຳ​ດີ ທີ່​ສາ​ມາດ​ດູດ​ຊືມ​ເຂົ້າ​ໄປ​ໃນ​ຮ່າງ​ກາຍ​ໄດ້​ດີ ແລະ​ໄວ. ໂດຍ​ສະ​ເພາະ​ຄົນ​ທີ່​ມີ​ບັນ​ຫາ​ດ້ານ​ລະ​ບົບ​ຍ່ອຍ​ອາ​ຫານ ຫຼື​ການ​ດູດ​ຊຶມ​ອາ​ຫານ​ຂອງ​ເດັກ​ແລກ​ເກີດ ແລະ​ຜູ້​ສູງ​ອາ​ຍຸ.

7. ມີ​ວິ​ຕາ​ມິນ​ເອ, ຕໍ່​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ຫຼະ ທີ່​ຊ່ວຍ​ບຳ​ລຸງ​ຜິວ​ພັນ ແລະ​ເສັ້ນ​ຜົມ

8. ບໍ່​ມີ​ກິ່ນ​ສາບໃນ​ການ​ໃຊ້​ປຸງ​ແຕ່ງ​ອາ​ຫານ ແລະ​ເຮັດ​ໃຫ້​ມີ​ລົດ​ຊາດ​ແຊບ​ອີກ​ດ້ວຍ

9. ຊ່ວຍ​ດູດ​ຊືມ​ວິ​ຕາ​ມິນ, ເກືອ​ແຮ່, ກົດ​ອະ​ມິ​ໂນ​ທີ່​ຈຳ​ເປັນ​ຕໍ່​ຮ່າງ​ກາຍ

10. ຮັກ​ສາ​ໂຣກ​ປວດ​ເມື່ອຍ, ຊະ​ລໍ​ການ​ເສື່ອມ​ສະ​ພາບ​ຂອງ​ອາ​ຍຸ

11. ປ້ອງ​ກັນ​ໂຣກ​ມະ​ເຮັງ​ຜິວ​ໜັງ

12. ຮັກ​ສາ​ອາ​ການ​ປວດ​ກະ​ດູກ

13. ແກ້​ເຊື້ອ​ຣາ​ທີ່​ຜິວ​ໜັງ ແລະ​ຮ່ອງ​ເລັບ

14. ແກ້​ພິດ​ແມງ​ໄມ້​ກັດ​ຕອດ ຫຼື​ເອັນ​ພິກ

15. ໃຊ້​ແທນ​ຄຼີມ​ກັນ​ແດດ ແລະ​ແກ້​ຜິວ​ໃໝ້​ຈາກ​ແສງ​ແດດ

16. ໃຊ້​ທາ​ແລະ​ລ້າງ​ໃສ່​ບາດ​ແຜ​ສົດ

17. ໃຊ້​ຄວບ​ຄູ່​ກັບ​ການ​ໂກນ​ໜວດ ແລະ​ເຊັດ​ລ້າງ​ເຄື່ອງ​ສຳ​ອາງ​ໄດ້​ດີ

18. ໃຊ້​ຮັກ​ສາ​ສົ້ນ​ຕີນ​ແຕກ.


ສິນ​ຄ້າ: ນ້ຳ​ມັນ​ໝາກ​ພ້າວ​ສຳ​ລັບ​ອາ​ຫານ

ປະ​ລິ​ມານ: 1 ລິດ

ລາ​ຄາ: 169,000 ກີບ

Commenti


bottom of page