ສານທີ່ເລັ່ງໃຫ້ຜິວຂາວໃສ
- KEZ Solutions
- Jul 23, 2020
- 1 min read
Updated: Jul 26, 2020
ກົດທີ່ເຮັດໃຫ້ຜິວໃສຂື້ນ ທີ່ເອີ້ນວ່າ ກົດໄກຼໂຄລິກ (AHA / Glycolic acid) ຫຼື ອາດເອີ້ນວ່າເປັນກົດໝາກໄມ້ຊະນິດອ່ອນ (AHA: Alpha Hydroxy Acid) ທີ່ບໍ່ມີສີ, ບໍ່ມີກິ່ນ ແລະສາມາດດູດຄວາມຊື້ນໄດ້ງ່າຍ, ລະລາຍໄດ້ດີໃນນ້ຳ ແລະສາມາດພົບເຫັນຫຼາຍໃນຕະກູນພືດທີ່ມີການສ້າງນ້ຳຕານໄດ້ຫຼາຍແມ່ນ ອ້ອຍ, ຂະແໜງການຢານຳມາໃຊ້ເປັນຜະລິດຕະພັນທີ່ຊ່ວຍດູແລຜິວພັນ ເຊັ່ນ: ຮອຍຫ່ຽວ ທີ່ໃຫ້ການຟື້ນຟູສະພາບຜິວໜັງ ເຊິ່ງຊ່ວຍບັນເທົາອາການຜິວແຫ້ງ.

ສັບພະຄຸນຂອງກົດໄກຼໂຄລິກ ມີຄື:
· ຊ່ວຍຜັດເຊວຜິວທີ່ຕາຍໃຫ້ຫຼຸດອອກໄວຂື້ນ, ເຮັດໃຫ້ສິວ, ຈຸດດ່າງດໍາຈາງລົງ
· ຊ່ວຍກະຕຸ້ນການສ້າງຄໍລາເຈນ
· ຊ່ວຍຫຼຸດຮອຍຫ່ຽວແຫ້ງແບບບາງໆໄດ້
· ຊ່ວຍຢຸດການທຳງານຂອງເຊວສ້າງເມັດສີ ທີ່ເປັນສາເຫດເຮັດໃຫ້ຜິວຄ້ຳ ໃຫ້ສາມາດເບິ່ງຂາວໃສຂື້ນ
· ຊ່ວຍຮັກສາຝ້າ-ກະໄດ້
ຫຼັກການທີ່ເຮັດໃຫ້ຜິວຂາວແລະຈຸດດ່າງດຳຈາງລົງຂອງກົດດັ່ງກ່າວນີ້ ຄືການຜັດເຊວຜິວທີ່ຕາຍອອກ, ເຮັດໃຫ້ການສ້າງຜິວໃໝ່ທີ່ດີກວ່າ, ໃສກວ່າ, ຂາວໄວຂື້ນ. ນອກນີ້ຍັງຊ່ວຍຢັບຢັ້ງການສ້າງເມັດສີເມລານິນທີ່ເປັນຕົ້ນເຫດເຮັດໃຫ້ຜິວເຮົາເບິ່ງໝອງຄ້ຳອີກດ້ວຍ. ໝາຍຄວາມວ່າ; ຖ້າເຮົາຢຸດໃຊ້ຄຼີມທີ່ມີສ່ວນປະສົມຂອງກົດໄກຼໂຄຼລິກ ຜິວຂອງເຮົາກໍ່ອາດກັບມໝອງຄ້ຳໄດ້.
ປະລິມານໃນການໃຊ້ກົດໄກຼໂຄລິກທີ່ເໝາະສົມທີ່ທາແລ້ວຊ່ວຍໃຫ້ໜ້າຂາວຂື້ນ ໂດຍປົກກະຕິແລ້ວຄຼີມ ຫຼືເຄື່ອງສຳອາງທົ່ວໄປຈະປະສົມກົດໄກຼໂຄລິກເຂົ້າໄປໃນປະລິມານທີ່ແຕກຕ່າງກັນ, ສ່ວນໃຫຍ່ຈະຢູ່ທີ່ປະມານ 4-10% ເຊິ່ງກໍ່ຖືວ່າພຽງພໍຕໍ່ການບໍາລຸງຜິວ ແລະຊ່ວຍໃຫ້ໜ້າຂາວໃສຂື້ນໄດ້. ແຕ່ທີ່ຈິງແລ້ວ, ເຮົາສາມາດໃຊ້ກົດໄກຼໂຄລິກທີ່ມີຄວາມເຂັ້ມຂຸ້ນສູງກວ່ານີ້ໄດ້ ຖ້າຫາກວ່າຕ້ອງການເລັ່ງໃຫ້ເຫັນຜົນໄວຂື້ນ, ໂດຍອາດຈະເພີ່ມຂື້ນໄປເປັນ 12-30% ຫຼື 50-70% ໄດ້. ເຊິ່ງຄວາມເຂັ້ມຂຸ້ນທີ່ສູງຂື້ນນີ້ ຕ້ອງຢູ່ໃນການດູແລຂອງແພດເທົ່ານັ້ນ, ເພາະວ່າມັນຈະມີປະຕິກິລິຍາແຮງຫຼາຍ ແລະອາດເຮັດໃຫ້ໜ້າພັງໄດ້.
ຜົນຂ້າງຄຽງທີ່ອາດເກີດຂື້ນເມື່ອເວລານຳໃຊ້ກົດໄກຼໂຄລິກ ແມ່ນອາດມີອາການຄັນຍຸບຍິບບ່ອນໜ້າ ໂດຍມີສອງກໍລະນີ ຄື: ກໍລະນີທີ 1 ແມ່ນຄັນແຕ່ບໍ່ແພ້ ເຊິ່ງເປັນເລື່ອງປົກກະຕິຂອງຄົນທີ່ບໍ່ເຄີຍໃຊ້ກົດໄກຼໂຄລິກ ແລະ ກໍລະນີທີ 2 ແມ່ນທັງຄັນທັງແພ້ ເຊິ່ງໂຕນີ້ແມ່ນຖືວ່າຜິດປົກກະຕິ, ເຮັດໃຫ້ເກີດຜື່ນແດງ-ຄັນ (ຄົນຜິວແຫ້ງຕ້ອງລະວັງ).
ກົດໄກຼໂຄລິກປະສົມນ້ຳ ໃຫ້ຫຼີກລ່ຽງຄວາມຮ້ອນເຖິງ 60ອົງສາ ເຊິ່ງຈະເຮັດໃຫ້ກົດໄກຼໂຄລິກເສື່ອມຄຸນນະພາບ ໂດຍ pH ຂອງສູດບໍ່ຄວນເກີນ 4.0
ອັດຕາການໃຊ້: 1-50% (ໃຊ້ໃນລະດັບບໍ່ເກີນ 5% ສຳລັບເຄື່ອງສຳອາງທົ່ວໄປ, ຫາກໃຊ້ເກີນ ແມ່ນຕ້ອງຢູ່ພາຍໃຕ້ການຄວບຄຸມຂອງແພດເທົ່ານັ້ນ)
ລັກສະນະຂອງຜະລິດຕະພັນ: ຜົງສີຂາວ, ມີ pH ຢູ່ລະຫວ່າງ 0.4-0.6
ການລະລາຍ: ສາມາດລະລາຍໃນນ້ຳ.
ປະລິມານ: 100 ກຼາມ
ລາຄາ: 96,000 ກີບ
Comments