ນ້ຳມັນໝາກພ້າວສຳລັບນວດ (Massage Coconut Oil)
- KEZ Solutions
- Jul 25, 2020
- 1 min read
Updated: Jul 31, 2020
ນ້ຳມັນໝາກພ້າວສຳລັບນວດ (Massage Coconut Oil)
ນ້ຳມັນໝາກພ້າວແມ່ນເໝາະໃນການນຳໃຊ້ສຳລັບເປັນນ້ຳມັນນວດ ເພາະວ່າມີສານຕ້ານອະນຸມູນອິດສະຫຼະ ແລະມີວິຕາມິນອີ ໃນປະລິມານທີ່ສູງ, ຈຶ່ງຊ່ວຍໃນການຟື້ນຟູຜິວໜັງ, ຫຼຸດການເສື່ອມສະພາບຜິວທີ່ເຮັດໃຫ້ຜິວເຕັ່ງຕຶງ, ລຶບເລືອນຮອຍຫ່ຽວຂອງອະນຸມູນອິດສະຫຼະ, ຊ່ວຍຜ່ອນຄາຍ ແລະຫຼຸດອາການເຈັບປວດຂອງກ້າມເນື້ອ.

ນ້ຳມັນໝາກພ້າວແມ່ນເໝາະທີ່ຈະໃຊ້ເປັນນ້ຳມັນນວດ. ແຕ່ເຖິງຢ່າງໃດກໍ່ຕາມ; ເນື່ອງຈາກວ່ານ້ຳມັນໝາກພ້າວເປັນນ້ຳມັນທີ່ມີໂມເລກຸນທີ່ນ້ອຍຫຼາຍ ຈືຶ່ງເຮັດໃຫ້ຮ່າງກາຍຂອງຄົນເຮົາສາມາດດູດຊືມໄດ້ດີ ແລະໄດ້ໄວ. ຜູ້ທີ່ໃຊ້ນ້ຳມັນໝາກພ້າວນວດຫຼາຍຄົນເອົາມາປະສົມກັບນ້ຳມັນທີ່ບໍ່ອິ່ມຕົວ ເຊັ່ນ: ນ້ຳມັນອາວມອນ ໃນອັດຕາສ່ວນຂອງ ນ້ຳມັນອາວມອນ 1 ສ່ວນ ຕໍ່ນ້ຳມັນໝາກພ້າວ 2 ສ່ວນ, ເຊິ່ງເຮັດໃຫ້ນ້ຳມັນມີຄວາມຮຽບນຽນຂື້ນໃນເວລາທີ່ນວດຜ່ານຜິວໜັງ ແລະຍັງສາມາດໃຊ້ນ້ຳມັນໝາກພ້າວເປັນພາຫະຫຼັກກັບນ້ຳມັນຫອມລະເຫີຍ (essensial oils) ທີ່ມີສັບພະຄຸນທາງການຢາເຂົ້າສູ່ຮ່າງກາຍ ເພາະວ່ານ້ຳມັນໝາກພ້າວມີສານຕໍ່ຕ້ານການຕື່ມອົກຊີເຈນ, ຢາຕ້ານເຊື້ອ.
ນ້ຳມັນໝາກພ້າວແມ່ນເໝາະທີ່ສຸດໃນການໃຊ້ເປັນນ້ຳມັນນວດ, ເພາະມີສັບພະຄຸນໃນການຊ່ວຍຟື້ນຟູຜິວໃຫ້ມີສຸຂະພາບແຂງແຮງ ແລະມີນ້ຳມີນວນ, ຊ່ວຍຜ່ອນຄາຍໃນການຫຼຸດອາການບາດເຈັບຂອງກ້າມເນື້ອ ແລະທີ່ສຳຄັນ ນ້ຳມັນໝາກພ້າວບໍ່ເຮັດໃຫ້ເສື້ອຜ້າເປື້ອນ, ບໍ່ເຮັດໃຫ້ບ່ອນນອນເປື້ອນ ຫຼືຖ້າຫາກວ່ານ້ຳມັນໝາກພ້າວເຮ່ຍໃສ່ຜ້າ ຮອຍເປື້ອນຂອງນ້ຳມັນໝາກພ້າວແມ່ນຈະມີຄວາມແຕກຕ່າງຈາກນ້ຳມັນຊະນິດອື່ນ.
ສິນຄ້າ: ນ້ຳມັນໝາກພ້າວ ສຳລັບນວດຜິວ
ປະລິມານ: 1 ກິໂລກຼາມ
ລາຄາ: 285,000ກີບ
Comments